ການໃຊ້ຄວາມຮຸນແຮງ ຍັງເພີ່ມທະວີຂຶ້ນ ຢູ່ອີຢິບ

ການໃຊ້ຄວາມຮຸນແຮງ ຍັງເພີ່ມທະວີຂຶ້ນ ຢູ່ອີຢິບ  - ảnh 1
ສະຖານ​ທີ່​ເກີດ​ການ​ປະ​ທະ​ກັນ (ພາບ: internet)


Vovworld- ວັນທີ 14/12, ການ​ປະ​ທະ​ກັນ​ໄດ້​ລະ​ເບີດ​ຂຶ້ນ​ລະຫວ່າງ​ບັນດາ​ຜູ້ສະໜັບສະໜູນ ປະທານາທິບໍດີອີ​ຢິບ Mohamed Morsi ​ແລະ ບັນດາ​ຜູ້ແຫ່ຂະ​ບວນປະ​ທ້ວງຂຶ້ນ​ກັບ​ຝ່າຍ​ຄ້ານ​ຢູ່​ນະຄອນ Alexandria ຫ່າງ​ຈາກ​ນະຄອນຫຼວງ ກາຍ​ໂຣ ​ໄປ​ທາງ​ທິດ​ເໜືອ​ປະມານ 250 ກິ​ໂລ​ແມດ, ອັນ​ໄດ້​ເຮັດ​ໃຫ້ 19 ຄົນ​ໄດ້​ຮັບ​ບາດ​ເຈັບ. ບັນດາການແຫ່ຂະ​ບວນປະ​ທ້ວງ​ຄ້າຍຄື​ກັນກໍ​ຖືກ​ດຳ​ເນີນ​ໃນ ວັນທີ 14/12 ຢູ່ ນະຄອນຫຼວງ ກາຍ​ໂຣ. ປະທານາທິບໍດີອີ​ຢິບ Mohamed Morsi ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ກອງທັບ​ໜູນ​ຊ່ວຍກຳລັງຕຳຫຼວດເພື່ອແນໃສ່ ຮັບປະກັນ ຄວາມສະຫງົບ ປອດໄພຈົນ​ຮອດ​ເວລາ​ສິ້ນ​ສຸດ ການ​ລົງ​ປະຊາ​ມະຕິທີ່​ໄດ້​ປະກາດ. ບັນດາ​ກໍລະນີ​ໄດ້​ເກີດ​ຂຶ້ນ​ກ່ອນ​ດຳ​ເນີນ ການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ໃໝ່​ຊຶ່ງ​ຄາວ​ວ່າ​ຈະ​ດຳ​ເນີນ​ໃນ ວັນທີ 15/12 ຢູ່ ນະຄອນຫຼວງ ກາຍ​ໂຣ, ນະຄອນ Alexandria  ​ແລະ 8 ​ແຂວງ​ອື່ນໆ​ຂອງ​ອິຢິບ. ກະຊວງ​ພັດທະນາ-ການ​ບໍລິຫານ​ອີ​ຢິບ​ໃຫ້​ຮູ້​ວ່າ ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຈົດ​ຊື່​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ໄດ້​ລື່ນ​ກາຍ 51 ລ້ານ​ຄົນ​ແລ້ວ.

ຂ່າວ/ບົດ​ອື່ນ