ການໃຊ້ຄວາມຮຸນແຮງຢູ່ຊີຣີ ຂຶ້ນເຖິງລະດັບທີ່ “ບໍ່ເຄີຍມີມາກ່ອນ“

ການໃຊ້ຄວາມຮຸນແຮງຢູ່ຊີຣີ ຂຶ້ນເຖິງລະດັບທີ່ “ບໍ່ເຄີຍມີມາກ່ອນ“ - ảnh 1

ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຊີຣີ

(ພາບ:xahoi.com.vn)​

( vovworld ) – ​​ວັນ​ທີ 5/7, ທ່ານ​ພົນຈັດຕະວາ Robert Mood ຫົວຳ​ໜ້າ​ຝ່າຍ​ຕິດຕາມ​ກວດກາ​ຂອງ​ສະຫະ​ປະຊາ​ຊາດ​ຢູ່​ຊີຣີ​ ໄດ້​ເວົ້າວ່າ ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຊີຣີ ​ໄດ້​​ຂຶ້ນ​​ເຖິງ​ລະດັບທີ່ “ບໍ່​ເຄີຍ​ມີ​ມາ​ກ່ອນ“ ​ແລະ ຕ້ອງ​ປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ ​ເພື່ອ​ໃຫ້​ກຸ່ມ​ນັກ​ສັງ​ເກດ​ການ​ສາກົນ​ປະຕິບັດ​ພາລະ​ກຳ​ຂອງ​ເຂົາ​ເຈົ້າຄືນ​ໃໝ່ ຊື່​ງຖືກ​ໂຈະ​ໄວ້​ນັບ​ແຕ່​ເດືອນ​ກ່ອນ. ທ່ານ​ພົນຈັດຕະວາ Robert Mood ​ໄດ້​ອອກ​ຖະ​ແຫຼ​ງການ​ດັ່ງກ່າວ ​ໃນ​ສະພາບ​ການ​ທີ່​ການ​ໃຊ້​ຄວາມ​ຮຸນ​ແຮງ​ສືບ​ຕໍ່​ເກີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ​ຊີຣີ ​ແລະ ພາຍຫຼັງ​ທີ່​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣັກ ​ໃຫ້​ຮູ້​ວ່າ: ​ເຂົາ​ເຈົ້າມີ “ຂໍ້​ມູນ​ທີ່​ໜ້າ​ເຊື່ອ​ຖື“ ກ່ຽວ​ກັບ​ເລື່ອງ​ບັນດາ​ມື​ປືນ​ອານ​ເກ​ດາ ຈາກ​ອີຣັກ ​ພວມ​ແຊກ​ຊືມເຂົ້າຊີຣີ ​ເພື່ອ​ດຳ​ເນີນ​ບັນດາ​ການ​ບຸກ​ໂຈມ​ຕີ. ທ່ານ​ພົນຈັດຕະວາ Robert Mood ​ເວົ້າວ່າ: ການ​ໃຊ້​ຄວາມ​ຮຸນ​ແຮງ​ປີນ​ຂັ້ນ​ໃດ​ຢູ່​ຊີຣີ ​ໄດ້​ກີດຂວາງ​ຄວາມ​ສາມາດ​ຕິດຕາມ​ກວດກາ, ລາຍງານ, ກໍ່​ຄື​ຊ່ວຍ​ເຫຼືອ​ການ​ເຈລະຈາ​ລະຫວ່າງ​ຝ່າຍ​ຕ່າງໆ​ຂອງ​ບັນດາ​ນັກ​ສັງ​ເກດ​ການ. ຕາມ​ທ່ານ​ພົນຈັດຕະວາ Robert Mood ​ແລ້ວ, ​ເລື່ອງ​ປັບປຸງ​ສູນ​ປະສານງານ​ 8 ​ແຫ່ງຂອງກຸ່ມ​ຕິດຕາມ​ກວດກາ​ໃນ​ພາກ​ພື້ນ​ຈະ​ປັບປຸງ​ການ​ເຄື​ອ່ນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ