ການໃຊ້ຄວາມຮຸນແຮງຢູ່ພາກໃຕ້ຂອງ ໄທ ເຮັດໃຫ້ 11 ຄົນເສຍຊີວິດ

ການໃຊ້ຄວາມຮຸນແຮງຢູ່ພາກໃຕ້ຂອງ ໄທ ເຮັດໃຫ້ 11 ຄົນເສຍຊີວິດ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 9/10, ຕຳຫຼວດ​ໄທ ​ໃຫ້​ຮູ້​ວ່າ ບັນດາ​ມື​ປືນ​ທີ່​ສົງ​ໄສ​ວ່າ​ແມ່ນ​ພາກສ່ວນ​ມຸດ​ສະ​ລິ​ມຫົວ​ຮຸນ​ແຮງໄດ້​ຍິງ 11 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ​ມີ​ຕຳຫຼວດ​ເຄື່ອນ​ທີ 3 ຄົນ ​ແລະ ນີ້​ຖືກ​ຖື​ວ່າ ​ແມ່ນ​ວັນ​​ນອງ​ເລືອດ​ຢູ່​ພາກ​ໃຕ້​​ຂອງ​​ໄທ. ​ແລະ ກໍ​ໃນ​ວັນ​ດຽວ​ກັນ, ກໍ​ຢູ່​ແຂວງ​ນີ້​ມີພຸດທະສາສະນິກະຊົນ​ 4 ຄົນ​ຖືກ​ຂ້າ​ຕາຍ​ໃນ​ລະຫວ່າງ​ທາງ​ໄປ​ເຮັດ​ວຽກ. ​ໃນ​ຂະນະ​ນັ້ນຢູ່, ບັນດາ​ແຂວງ​ອ້ອມ​ຂ້າງ​ແມ່ນ ຢາ​ລາ ​ແລະ ສົງ​ຂາ, ມີ​ຊາວ​ມຸດ​ສະ​ລິ​ມ 2 ຄົນ ​ແລະ ສາມັນ​ຊົນ 2 ຄົນ​ກໍ​ຖືກຍິງ​ຕາຍ. ການ​ໃຊ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ​ຢູ່​ເຂດ​ທີ່​ມີ​ຊາວ​ມຸດ​ສະ​ລິ​ມ ຈຳນວນ​ຫຼວງ​ຫຼາຍດຳລົງ​ຊີວິດ​ຢູ່​ພາກ​ໃຕ້​ສຸດ​ຂອງ​ໄທ ​ນັບແຕ່​ປີ 2004 ມາ​ຮອດ​ປະຈຸ​ບັນ ​ໄດ້​ເຮັດ​ໃຫ້ 5.300 ຄົນ​​ເສຍ​ຊີວິດ. ລັດຖະບານ​ໄທ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ສັນຕິພາບ​ຫຼາຍ​ເທື່ອກັບ​ບັນດາ​ກຸ່ມ​ມຸດ​ສະ​ລິ​ມລຸກ​ຮື້​ຂຶ້ນທີ່​ທວງ​ເອົາ​ສິດ​ປົກຄອງ​ດ້ວຍ​ຕົນ​ເອງຢູ່ເຂດ​ພາກ​ໃຕ້​​ນີ້​ເທື່ອ​, ​ແຕ່​ມາ​ຮອດ​ປະຈຸ​ບັນ ສະພາບ​ໃຊ້​ຄວາມ​ຮຸນ​ແຮງ​ຍັງ​ບໍ່​ທັນ​ມີ​ສັນຍານ​ຢຸດຕິ​ບັນດາ​ການ​ບຸກ​ໂຈມ​ຕີ​ດ້ວຍ​ປືນ ​ແລະ ວາງ​ລະ​ເບີດ​ເກືອບ​ຄື​ວ່າ​ຍັງເກີດ​ຂຶ້ນ​ໃນ​ທຸກ​ວັນ.

ຂ່າວ/ບົດ​ອື່ນ