ການໃຊ້ຄວາມຮຸນແຮງສືບຕໍ່ເພີ່ມຂຶ້ນລະຫວ່າງຊາວປາແລດສຕິນແລະອິດສຣາແອນ

ການໃຊ້ຄວາມຮຸນແຮງສືບຕໍ່ເພີ່ມຂຶ້ນລະຫວ່າງຊາວປາແລດສຕິນແລະອິດສຣາແອນ - ảnh 1
(ພາບປະກອບ: TTXVN)

(vovworld) – ວັນ​ທີ 08/10, ບັນດາ​ເຈົ້າ​ໜ້າ​ທີ່​ອິດສຣາ​ແອນ ​ໃຫ້​ຮູ້​ວ່າ, ຊາວ​ປາ​ແລດສ​ຕິນຜູ້​ໜຶ່ງ ຖືກ​ຍິງ​ຕາຍ ພາຍຫຼັງ​​ໄດ້​ຄາດ​ຕະກຳ​ຊາວ​ອິດສຣາ​ແອນ 2 ຄົນ ຢູ່ Tel Aviv. ນີ້​ແມ່ນ​ການ​ບຸກ​ໂຈມຕີ​ຄັ້ງ​ທີ 2 ​ແນ​ໃສ່​ຊາວ​ອິດສຣາ​ແອນ ​ໃນ​ເວລາ 2 ວັນ​ຜ່ານ​ມາ. ຕາມ​​ໂຄສົກ​ຕຳຫຼວດ​ອິດສຣາ​ແອນ ​ແລ້ວ, ​ເປົ້າ​ໝາຍ​ບຸກ​ໂຈມ​ຕີ​ໄດ້​ໃຊ້ໂຕລະ​ບິດ ​ແທງ​ພົນທະຫານຍິງ​ຊາວ ​ອິດສຣາ​ແອນ ຄົນ​ໜຶ່ງ ຢູ່​ຖະໜົນ Begin ມໍ່ກັບ​ສຳນັກງານ​ກະຊວງ​ປ້​ອງກັນ​ປະ​ເທດ​ອິດສຣາ​ແອນ ​ແລະ ​ແທງອີກ​​ຄົນ​ໜຶ່ງ​​ເມື່ອ​ພວມໜີ​​ໄປຈາກສະຖານ​ທີ່​ເກີດ​ເຫດ. ພົນທະຫານ​ອິດສຣາ​​ແອນ ຢູ່​ເຂດ​ນີ້ ​ໄດ້​ຍິງ​ຜູ້​ປຸກ​ໂຈມ​ຕີຕາຍ, ​ໃນ​ຂະນະ​ທີ່​ບັນດາ​ຜູ້​ຖື​ກ​ແທງ​ພຽງ​ຖືກ​ບາດ​ເຈັບ​ເປົາ​ເທົ່າ​ນັ້ນ. ​ໃນ​ຂະນະ​ນັ້ນ, ອົງການ​ກູ້​ໄພ​ກູ້​ຊີບ​ອິດສຣາ​ແອນ ​ໃຫ້​ຮູ້​ວ່າ, ບໍ່​ຮອດ 1 ຊົ່ວ​ໂມງ​ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ, ມີ​ຊາວ​ຢິວຄົນ​ໜຶ່ງຢູ່​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ ​​ຖືກ​ແທງ​​ເຈັບ​ສາຫັດໃນ​ການ​ບຸກ​ໂຈມ​ຕີ​ຢູ່​ເຂດ​ຕັ້ງ​ຖິ່ນຖານ​ຄົງ​ທີ Kyriat Arab ຢູ່​ຊານ​ນະຄອນ Hebron.

ຂ່າວ/ບົດ​ອື່ນ