ກາລະໂອກາດຮ່ວມມືຈາກການເຊື່ອມໂຍງເຂົ້າກັບເສດຖະກິດ

ກາລະໂອກາດຮ່ວມມືຈາກການເຊື່ອມໂຍງເຂົ້າກັບເສດຖະກິດ - ảnh 1
ຕາງໜ້າວິສາຫະກິດ 2 ປະເທດ
ເຂົ້າຮ່ວມເວທີປາໄສ
(ພາບ: baotintuc)

(vovworld) – ​ ​ ວັນ​ທີ 14/04, ສະຫະ​ສະມາຄົມ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ຂອງ ຫວຽດນາມ ​ແລະ ຫ້ອງການ​ການ​ຄ້າ ຫວຽດນາມ ປະຈ​ຳ ສ.​ເກົາຫຼີ ຈັດ​ຕັ້ງ “​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ສ.​ເກົາຫຼີ: ກາລະ​ໂອກາດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ​ນ້ອຍ​ຈາກ​ບັນດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ຂອງ ຫວຽດນາມ” ​ເພື່ອ​ແນ​ໃສ່ຊ່ວຍ​ບັນດາ​ວິ​ສາ​ຫະກິດຂອງ 2 ປະ​ເທດ ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ເຊິ່ງກັນ ​ແລະ ກັນ. ​ເວທີ​ປາ​ໄສ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ສະພາບສັນ​ຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ 2 ປະ​ເທດ​ໄດ້​ມີ​ຜົນ​ສັກສິດ​ນັບແຕ່​ທ້າຍ​ປີ​ກ່ອນ ​ແລະ 2 ປະ​ເທດ​ພວມ​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ FTA ອື່ນໆ​ຂອງ​ພາກ​ພື້ນ. ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ ຟ້າ​ມຮື​ວຈີ໋ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສ.​ເກົາຫຼີ ​ເນັ້ນ​ໜັກ​ວ່າ: ສ.​ເກົາຫຼີ ​ແມ່ນ​ນັກ​ລົງທຶນ​ຕ່າງປະ​ເທ​ດ​ໃຫຍ່​ທີ​ສຸດ ທີ່ລົງທຶນ​ເຂົ້າ ຫວຽດນາມ ດ້ວຍ​ຍອດ​ຈຳນວນທຶນບັນລຸ​ປະມານ 45 ຕື້ USD ​ແລະ ການ​ແລກປ່ຽນ​ການ​ຄ້າ 2 ຝ່າຍ​ໃນ​ປີ 2015 ບັນລຸ​ກ່ວາ 36 ຕື້ USD. ປະຈຸ​ບັນ ສ.​ເກົາຫຼີ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 3 ຂອງ ຫວຽດນາມ ​ແລະ ຫວຽດນາມ ກໍ່​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 4 ຂອງ ສ.​ເກົາຫຼີ. ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຮືວຈີ໋ ຖື​ວ່າ: ປະຈຸ​ບັນ ຫວຽດນາມ ​ແລະ ສ.​ເກົາຫຼີ ມີ​ກາລະ​ໂອກາດ​ໃຫຍ່ ​ເພື່ອ​ເພີ່ມ​ທະວີ​ການຮ່ວມ​ສຳພັນ​ລະຫວ່າງການ​ຜະລິດ ​ແລະ ການ​ຄ້າ​ກ່ວາ​ອີກ ​ແລະ ພ້ອມ​ກັນ​​ໄດ້​ຮັບ​ບັນດາ​ຜົນງານອັນ​ໃຫຍ່​ຫລວງ​ກ່ວາອີກ ​ໃນ​ພາລະກິດ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ເສດຖະກິດ​ສາກົນ.

 

ຂ່າວ/ບົດ​ອື່ນ