ກຳປັ່ນຕຳຫຼວດທະເລຍີ່ປຸ່ນຢ້ຽມຢາມນະຄອນດ່ານັ້ງ

ກຳປັ່ນຕຳຫຼວດທະເລຍີ່ປຸ່ນຢ້ຽມຢາມນະຄອນດ່ານັ້ງ - ảnh 1
ກຳປັ່ນຕຳຫຼວດທະເລຍີ່ປຸ່ນຢ້ຽມຢາມນະຄອນດ່ານັ້ງ

(vovworld) – ​ແຕ່​ວັນ​ທີ 10 – 14/5, ກຳ​ປັ່ນລາດ​ຕາ​ເວນ​ຂອງ​ກຳ​ລັງ​ປ​້ອງ​ກັນ​ຝັ່ງ​ທະ​ເລ ຍີ່​ປຸ່ນ - JCGS Yashima ພ້ອມ​ກັບ​ຄະ​ນະ​ລູກ​ເຮືອ 59 ຄົນ​ໂດຍ​ພັນ​ເອກ Akihiro Hirano ເປັນ​ຫົວ​ໜ້າ​ຄະ​ນະ​ໄດ້​​ມາຢ້ຽມ​ຢາມ​ນະ​ຄອນ ດ່າ​ນັ້ງ. ນີ້​ແມ່ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ທີ 3 ຂອງ​ກຳ​ລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ ຍີ່​ປຸ່ນ. ໃນ​ເວ​ລາ 5 ວັນ, ​ກັບ​ຕັນ​ເຮືອ ແລະ ​ລູກ​ເຮືອ ຍີ່​ປຸ່ນ ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ການ​ນຳ​ນະ​ຄອນ ດ່າ​ນັ້ງ, ຢ້ຽມ​ຢາມກອງ​ບັນ​ຊາ​ການ​ຕຳຫຼວ​ດ​ທະ​ເລ ຫວຽດ​ນາມ ແລະ ສູນ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ເຂດ 2 ຢູ່​ນະ​ຄອນ ດ່າ​ນັ້ງ. ນອກ​ຈາກນັ້ນ​, ກຳ​ລັງ​ຕຳຫຼວດ 2 ປະ​ເທດ​ຈະ​ພ້ອມ​ກັນ​ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂຈນ​ສະ​ລັດ ແລະ ຝຶກ​ຊ້ອມ​ລວມ​ກ່​ຽວ​ກັບ​ການ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ບົນ​ທະ​ເລ…

                             


ຂ່າວ/ບົດ​ອື່ນ