ກ່ຳປັ່ນທ່ອງທ່ຽວ 2 ລຳບັນທຸກນັກທ່ອງທ່ຽວ 2.500 ຄົນເຂົ້າທຽບທ່າກ່ຳປັ່ນຕຽນຊາ, ດ່ານັ້ງໃນຕົ້ນປີໃໝ່

(VOVWORLD) -ວັນທີ 01 ມັງກອນ, ຢູ່ທ່າກ່ຳປັ່ນຕຽນຊາ, ພະແນກທ່ອງທ່ຽວນະຄອນດ່ານັ້ງ ໄດ້ສົມທົບກັບບໍລິສັດຫຸ້ນສ່ວນທ່າກ່ຳປັ່ນດ່ານັ້ງ ຈັດພິທີຕ້ອນຮັບກ່ຳປັ່ນທ່ອງທ່ຽວ 2 ລຳ ທີ່ໄດ້ບັນທຸກນັກທ່ອງທ່ຽວສາກົນ 2.500 ຄົນມາຢ້ຽມຢາມດ່ານັ້ງ ໃນໂອກາດຕົ້ນປີໃໝ່ສາກົນ 2019.
ກ່ຳປັ່ນທ່ອງທ່ຽວ 2 ລຳບັນທຸກນັກທ່ອງທ່ຽວ 2.500 ຄົນເຂົ້າທຽບທ່າກ່ຳປັ່ນຕຽນຊາ, ດ່ານັ້ງໃນຕົ້ນປີໃໝ່ - ảnh 1(ຕ້ອນຮັບນັກທ່ອງທ່ຽວສາກົນມາຢ້ຽມຢາມດ່ານັ້ງ)

ໃນນັ້ນກ່ຳປັ່ນ Costa Atlantica ໄດ້ບັນທຸກນັກທ່ອງທ່ຽວ 2.000 ຄົນ ມາທ່ຽວຢູ່ດ່ານັ້ງ, ສ່ວນຫຼາຍແມ່ນນັກທ່ອງທ່ຽວຈີນ. ສ່ວນກ່ຳປັ່ນ Seabourn Ovation ລວມມີນັກທ່ອງທ່ຽວທີ່ມາຈາກເອີລົບ - ອາເມລິກາ 500 ຄົນ. ນັກທ່ອງທ່ຽວຈະມາຢ້ຽມຢາມໂຮ້ຍອານ ແລະ ນະຄອນດ່ານັ້ງ ເປັນເວລາ 1 ວັນ.

        ທ່ານ ຮີງດຶກຈູງ, ຫົວໜ້າຂະແໜງຄຸ້ມຄອງບໍລິສັດທ່ອງທ່ຽວພະແນກທ່ອງທ່ຽວນະຄອນດ່ານັ້ງ, ໃຫ້ຮູ້ວ່າ.

        “ປີ 2019 ນັກທ່ອງທ່ຽວຈະມາຢ້ຽມຢາມດ່ານັ້ງ ດ້ວຍທາງທະເລຫຼາຍທີ່ສຸດ, ຄາດວ່າ, ເພີ່ມຂຶ້ນ 21% ເມື່ອທຽບໃສ່ປີ 2018, ຈະມີກ່ຳປັ່ນທ່ອງທ່ຽວປະມານ 110 ຖ້ຽວ ແລະ ພາກນັກທ່ອງທ່ຽວ 150.000 ເທື່ອຄົນ. ພາຍຫຼັງເຫດການ APEC 2017 ບັນລຸຜົນສຳເລັດ, ໄດ້ມີນັກທ່ອງທ່ຽວຫຼາຍຄົນໃນໂລກຮູ້ຈັກດ່ານັ້ງຫຼາຍຂຶ້ນ. ພວກຂ້າພະເຈົ້າໄດ້ສົມທົບກັບທ່າກ່ຳປັ່ນດ່ານັ້ງ ເພີ່ມທະວີການສົ່ງເສີມໂຄສະນາເພື່ອໃຫ້ດ່ານັ້ງ ກາຍເປັນຈຸດນັດພົບ”.

ຕອບກັບ

ຂ່າວ/ບົດ​ອື່ນ