ກ່ຳປັ່ນທ່ອງທ່ຽວໃຫຍ່ທີ່ສຸດຂອງ ອາຊີ ເຂົ້າທຽບທ່າຢູ່ນະຄອນ ຍາຈາງ ເປັນຄັ້ງທີ 2 ໃນເດືອນສິງຫາ

(VOVWORLD) - ແຕ່ຕົ້ນປີມາຮອດປະຈຸບັນ, ຂະແໜງທ່ອງທ່ຽວແຂວງ ແຄ໋ງຮ່ວາ ໄດ້ຕ້ອນຮັບກ່ຳປັ່ນທ່ອງທ່ຽວທະເລ ດ້ວຍຈຳນວນແຂກສາກົນກ່ວາ 13.600 ຄົນມາ

ຕອນເຊົ້າວັນທີ 21 ສິງຫາ, ກ່ຳປັ່ນທະເລ Spectrum of the Seas, ຂອງປະເທດ Cyprus, ໄດ້ໄປຮອດນະຄອນ ຍາຈາງ, ແຂວງ ແຄ໋ງຮ່ວາ, ຢ້ຽມຢາມ ຫວຽດນາມ. ສະເພາະໃນເດືອນ ສິງຫາ ນີ້, ນີ້ແມ່ນເທື່ອທີ 2 ທີ່ກ່ຳປັ່ນທະເລ Spectrum of the Seas ໄດ້ມາຢ້ຽມຢາມ ນະຄອນ ຍາຈາງ. ເມື່ອມາຮອດຍາຈາງ ໃນຄັ້ງນີ້, ໃນກ່ຳປັ່ນ Spectrum of the Seas ມີແຂກທ່ອງທ່ຽວກ່ວາ 4.300 ຄົນ, ທີ່ມາຈາກ ຝລັ່ງ, ເຢຍລະມັນ, ແອັດສະປາຍ, ໄທ, ສິງກະໂປ, ຮົງກົງ (ປະເທດຈີນ)… ໄດ້ເຂົ້າຮ່ວມລາຍການທ່ອງທ່ຽວຕ່າງໆຢູ່ນະຄອນ ຍາຈາງ… ໃນຕອນຄ່ຳວັນດຽວກັນ, ກ່ຳປັ່ນ Spectrum of the Seas ໄດ້ເດີນທາງອອກຈາກ ຍາຈາງ ເພື່ອໄປ ບ່າເຣ້ຍ - ຫວູງເຕົ່າ.

        ແຕ່ຕົ້ນປີມາຮອດປະຈຸບັນ, ຂະແໜງທ່ອງທ່ຽວແຂວງ ແຄ໋ງຮ່ວາ ໄດ້ຕ້ອນຮັບກ່ຳປັ່ນທ່ອງທ່ຽວທະເລ ດ້ວຍຈຳນວນແຂກສາກົນກ່ວາ 13.600 ຄົນມາ.

ຕອບກັບ

ຂ່າວ/ບົດ​ອື່ນ