ກຳປູເຈຍປະກາດໝາກຜົນເບື້ອງຕົ້ນການເລືອກຕັ້ງ

(VOVWORLD) -ຕອນເຊົ້າວັນທີ 11 ສິງຫາ, ຄະນະກຳມະການເລືອກຕັ້ງກຳປູເຈຍ (NEC) ໄດ້ປະກາດໝາກຜົນເບື້ອງຕົ້ນການເລືອກຕັ້ງສະພາແຫ່ງຊາດຊຸດທີ 6.
ກຳປູເຈຍປະກາດໝາກຜົນເບື້ອງຕົ້ນການເລືອກຕັ້ງ - ảnh 1 (ກຳປູເຈຍປະກາດໝາກຜົນເບື້ອງຕົ້ນການເລືອກຕັ້ງ)

ຕາມນັ້ນແລ້ວ, ໄດ້ມີກວ່າ 83% ຈຳນວນຜູ້ມີສິດເລືອກຕັ້ງກຳປູເຈຍ, ເທົ່າກັບປະມານ 7 ລ້ານຄົນ ໃນຈຳນວນຜູ້ມີສິດເລືອກຕັ້ງກວ່າ 8,38 ລ້ານຄົນ ໄດ້ຈົດທະບຽນ, ເຂົ້າຮ່ວມການປ່ອນບັດເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ໃນວັນທີ 29 ກໍລະກົດ ຜ່ານມາ. ພັກປະຊາຊົນກຳປູເຈຍ (CPP) ຍາດໄດ້ໄຊຊະນະດ້ວຍຈຳນວນບັດເລືອກຕັ້ງຢ່າງເຂັ້ມຂົ້ນແມ່ນ 4,9 ລ້ານບັດ. ບັນດາພັກຍາດໄດ້ບັດສະໜັບສະໜູນຕໍ່ໄປແມ່ນພັກ FUNCINPEC, ພັກສຳພັນທະມິດເພື່ອປະຊາທິປະໄຕ (LDP) ແລະ ພັກເຈດຈຳນົງຂະແມ (KWP). ໃນຈຳນວນພັກຍັງເຫຼືອ, ພັກຍາດໄດ້ບັດສະໜັບສະໜູນຫຼາຍສຸດແມ່ນບໍ່ເກີນ 100.000 ບັດ.

        ຕົວເລກດັ່ງກ່າວແມ່ນມີການປ່ຽນແປງເມື່ອທຽບໃສ່ຕົວເລກເຊິ່ງ NEC ປະກາດໃນວັນທີ 29 ແລະ 30 ກໍລະກົດ ກ່ອນໜ້ານັ້ນ. NEC ກໍ່ແຈ້ງວ່າ, ໃນກໍລະນີບໍ່ມີການຮ້ອງຟ້ອງໃດບັງຄັບຕ້ອງຈັດຕັ້ງການເລືອກຕັ້ງຄືນໃໝ່, NEC ຈະປະກາດໝາກຜົນທາງການໃນວັນທີ 15 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ