ກຳປູເຈຍ:ສະເຫຼີມສະ ຫຼອງ 34 ປີແຫ່ງວັນລະ ບອບດັບສູນເຊື້ອຊາດ Pol Pot ຖືກໂຄ່ນລົ້ມ

ກຳປູເຈຍ:ສະເຫຼີມສະ ຫຼອງ 34 ປີແຫ່ງວັນລະ ບອບດັບສູນເຊື້ອຊາດ Pol Pot ຖືກໂຄ່ນລົ້ມ - ảnh 1

ປະ​ເທດ​ກຳປູ​ເຈຍ​ປະຈຸ​ບັນ

(ພາບ:dulichcampuchia.com)

(vovworld): ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 34 ປີ​ແຫ່ງ​ວັນລະບອບ​ດັບ​ສູນ​ເຊື້ອ​ຊາດ Pol Pot ຖືກ​ໂຄ່ນ​ລົ້ມ (7/1/1979-7/1/2013), ໜັງສືພິມ​ປະຊາຊົນ ສຽງ​ຂອງສູນ​ກາງ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ກຳ​ອຳນາດ ​ໄດ້​ລົງ​ພິມ​ບົດນຳ​ໂດຍ​ຢືນຢັນ​ວ່າ: ນີ້​ແມ່ນ​ໄຊຊະນະ​ທີ່​ບໍ່ມີ​ວັນ​ຈືດຈາງ​ໃນ​ປະຫວັດສາດ​ຂອງຊາດ​ໄດ້ ​ແລ​ະ ກໍ່​ແມ່ນ​ພື້ນຖານ​ໃຫ້​ແກ່​ຜົນງານຂອງ​ປະ​ເທດ​ນີ້​ໃນ​ຕະຫຼອດ 34 ປີຜ່ານມາ. ບົດ​ນຳ​ເນັ້ນໜັກ​ວ່າ: ວັນ​ທີ 7/1/1979 ​ແມ່ນ​ຂີດ​ໝາຍ​ແຫ່ງ​ມະຫາ​ໄຊ​ໃນ​ປະຫວັດສາດ, ປົດປ່ອຍປະຊາຊົນ​ກຳປູ​ເຈຍ​ ຫລຸດ​ພົ້ນອອກ​ຈາກ​ໄພ​ດັບ​ສູນ​ເຊື້ອ​ຊາດ​ພາຍ​ໃຕ້​ລະບອບ Pol Pot ​ແຕ່​ປີ 1975-1979. ບົດ​ນຳ​ຊີ້​ແຈງ​ວ່າ: ຈາກ​ພື້ນຖານ​ຂອງ​​ໄຊຊະນະ​ນັ້ນ, ​ໃນ 34 ປີຜ່ານມາ, ກຳປູ​ເຈຍ ​ໄດ້​ມີ​ການ​ຟື້ນ​ຕົວ ​ແລະ ​ໄດ້​ຮັບ​ການພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈາກ​ປະ​ເທດ​ທີ່​ຖືກ​ທຳລາຍຢ່າງ​ຮ້າຍ​ແຮງ​ໃນ​ສົງຄາມ, ກຳປູ​ເຈຍ ​ໄດ້​ບືນ​ຕົວ​ຂຶ້ນ​ຄື​ທຸກ​ວັນ​ນີ້.
ກຳປູເຈຍ:ສະເຫຼີມສະ ຫຼອງ 34 ປີແຫ່ງວັນລະ ບອບດັບສູນເຊື້ອຊາດ Pol Pot ຖືກໂຄ່ນລົ້ມ - ảnh 2
ພາບປະກອບ

ແລະກໍໃນຕອນບ່າຍວັນດຽວກັນ, ຢູ່​ນະຄອນ ​ໂຮ່ຈີ​ມິນ, ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ ກຳປູ​ເຈຍ ​ໄດ້​ຈັດການ​ພົບ​ປະ​ສັງ​ສັນລະນຶກ 34 ປີ​ແຫ່ງ​ວັນ​ໄຊຊ​ະນະຕໍ່​ລະບອບ​ດັບ​ສູນ​ເຊື້ອ​ຊາດ Pol Pot ຂອງ​ປະຊາຊົນ ກຳປູ​ເຈຍ ​ແລະ ສະຫຼຸບ​ປີ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ 2012. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ Sam Samout, ຫົວໜ້າ​ກົງ​ສູນ​ໃຫຍ່​ກຳປູ​ເຈຍ ປະຈຳ​ນະຄອນ ​ໂຮ​ຈີ​ມິ​ນ ​ໃຫ້​ຮູ້​ວ່າ:

“ປະຈຸ​ບັນ, ມູນ​ຄ່າ​ການ​ລົງທຶນ​ຂອງ​ຫວຽດນາມ ບັນລຸ 2,5 ຕື້ USD ​ແລະ ຈຳນວນ​ແຂກ​ທ່ອງ​ທ່ຽວ​ຫວຽດນາມ ມາ​ຢ້ຍມຢາມ ກຳປູ​ເຈຍ ກໍ​ຫຼາຍ​ອັນ​ດັບ​ໜຶ່ງ. ​ໂອກາດ​ລະນຶກ​ໄຊຊະນະ​ຕໍ່​ລະບອບ​ດັບ​ສູນ​ເຊື້ອ​ຊາດ Pol Pot ຄື​ວັນ​ທີ 7/1 ຍາມ​ໃດ​ກໍ່​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ຊາວ​ກຳປູ​ເຈຍ ​ແຕ່ລະຄົນ ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ຢ່າງ​ຈິງ​ໃຈ​ຂອງ​ບັນດາ​ເພື່ອນ​ຫວຽດນາມ ທີ່​ໄດ້​ຊ່ວຍ​ປົດ​ປ່ອຍ​ຊາວ ກຳປູ​ເຈຍ ຫຼຸ​ດພົ້ນ​ອອກ​ຈາກ​ໄພດັບ​ສູນ​ເຊື້ອ​ຊາດ  ກໍ​ຄື​ໃນ​ກິດຈະ​ການ ຟື້ນ​ຟູ ​ແລະ ສ້າງສາ​ປະ​ເທດ​ຊາດ”

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຈັດ​ຕັ້ງ​ໄດ້​ປະກາດ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ນະຄອນ ​ໂຮ່ຈີ​ມິນ ​ແລະ ສະ​ໂມ​ສອນ​ນັກທຸລະກິດ​ຫວຽດນາມ - ກຳ​ປູ​ເຈຍ ນະຄອນ ​ໂຮ່ຈີ​ມິນ.

ຂ່າວ/ບົດ​ອື່ນ