ທ່ານ ເລແທງຫາຍ ໂອ້ລົມກັບກຳມະກອນ
ພາບ:internet
|
(vovworld) -ກ່າວຄຳເຫັນທີ່ລາຍການ “ຕ້ອນຮັບບຸນເຕັດພ້ອມກັບກຳມະກອນ” ຊື່ງຈັດຂຶ້ນຢູ່ນະຄອນ ໂຮ່ຈິມີນ, ທ່ານເລຂາຄະນະພັກນະຄອນ ໂຮ່ຈິມີນ ເລແທງຫາຍ ໃຫ້ຮູ້ວ່າ: ດ້ວຍຈິດໃນຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະ ຮ່ວມແຮງຮ່ວມໃຈຂອງທັງລະບົບການເມືອງ, ໃນນັ້ນ ມີຊົນຊັ້ນກຳມະກອນ, ໃນປີຜ່ານມາ ນະຄອນ ໂຮ່ຈິມິນ ບັນລຸໄດ້ບັນດາໝາກຜົນສຳຄັນ, GDP ບັນລຸລະດັບ 9,3%, ສູງກວ່າເມື່ອທຽບໃສ່ປີ 2012 ແມ່ນ 9,2%. ນີ້ແມ່ນບັນດາຜົນງານອັນໃຫຍ່ຫລວງ ດ້ວຍການປະກອບສ່ວນບໍ່ຫນ້ອຍຂອງກຳມະກອນ 270.000 ຄົນ ຢູ່ບັນດາເຂດອຸດສາຫະກຳ, ເຂດຜະລິດສົ່ງອອກ. ທ່ານ ເລແທງຫາຍ ສະແດງຄວາມປາດຖະຫນາວ່າ: ໃນທ່າອ່ຽງເຊື່ອມໂຍງນັບມື້ນັບເລິກເຊິ່ງຂອງນະຄອນ ແລະ ທົ່ວປະເທດ, ກຳມະກອນແຕ່ລະຄົນ ຄວນມານະພະຍາຍາມຮຳ່ຮຽນ, ຍົກສູງລະດັບຄວາມຮູ້, ສີມື ເພື່ອມີບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ສາມາດແກ້ງແຍ້ງກັບຕະຫລາດໂລກ.