ກຳມາທິການການຕ່າງປະເທດສະພາແຫ່ງຊາດຈັດກອງປະຊຸມຄົບຄະນະຄັ້ງທີ 5

ກຳມາທິການການຕ່າງປະເທດສະພາແຫ່ງຊາດຈັດກອງປະຊຸມຄົບຄະນະຄັ້ງທີ 5 - ảnh 1
ທີ່ວາລະ​ປະຊຸມຄົບ​ຄະນະ​ຄັ້ງ​ທີ 5
(ພາບ: vietnamplus.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 13/11, ຢູ່​ຮ່າ​ໂນ້ຍ, ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ​​ໄດ້ຈັດ​ວາລະ​ປະ​ຊຸມ​ຄົບ​ຄະນະ​ຄັ້ງ​ທີ 5. ທີ່ວາລະ​ປະຊຸມ, ກຳມາ​ທິການ​ການ​ຕ່າງປະ​ເທດ​​ສະພາ​ແຫ່ງ​ຊາດ​ໄດ້​ກວດກາ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບ​ການ​ຂອງ​ໂລກ, ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ ປີ 2012; ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ວຽກ​ງານ​ເຄື່ອນ​ໄຫວ​ຂອງກຳມາ​ທິການ​ການ​ຕ່າງປະ​ເທດ​ໃນ​ປີ 2012 ​ແລະ ​ໂຄງການ​ປະຕິບັດ​ງານປີ 2013. ​ໃນ​ປີ 2012, ກຳມາ​ທິການ​ການ​ຕ່າງປະ​ເທດຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ສ້າງ​ແຜນການ​ປະຕິບັດ​ການ​ຄົ້ນຄວ້າ​ປັບປຸງ​​ລັດຖະທຳ​ມະນູ​ນປີ 1992; ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​​​ໂຄງການສ້າງ​ກົດໝາຍ, ລັດຖະບັນຍັດ. ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ​ໄດ້​ເຂົ້າ​ຮ່ວມ​ການ​ກວດກາ ​ແລະ ປະ​ກອບ​ຄຳ​ເຫັນ​​ໃສ່​​​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຫວຽດນາມ, ​​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ​ປ້ອງ​ກັນຊາດ ປ້ອງ​ກັນ​ຄວາມ​ສະຫງົບ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ຕ້ານກໍ​ການ​ຮ້າຍ ​ແລະ ​ໃຫ້​ຄຳ​ເຫັນ​ໃສ່​ບັນດາ​​​ຮ່າງຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສານ​ປະຊາຊົນ​ສູງ​ສຸດ, ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ອົງ​ການ​ກວດ​ສອບ​​ແຫ່ງ​ລັດ ​ແລະ ບາງ​ອົງ​ການ​ຂອງ​ສະພາ​ແຫ່ງ​ຊາດ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ ຕາມ​ຂໍ້​ກຳນົດ​ລັດຖະບັນຍັດ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນານ ​ແລະ ປະຕິບັດ​ຂໍ້​ຕົກລົງ​ສາກົນ.

ຂ່າວ/ບົດ​ອື່ນ