ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດໄຂກອງປະຊຸມຄັ້ງທີ9

ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດໄຂກອງປະຊຸມຄັ້ງທີ9 - ảnh 1
ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ​ ແລະ ສັງ​ຄົມ​ຫວຽດ​ນາມ

(vovworld)- ວັນ​ທີ 25/9, ກຳ​ມາ​ທິ​ການ​ບັນ​ດາ​ບັນ​ຫາ​ສັງ​ຄົມ​ຂອງ​ສະ​ພາ​ແຫ່ງ​ຊາດ ເລີ່ມ​ຕົ້ນ​ກອງ​ປະ​ຊຸມ​ຄັ້ງ​ທີ 9, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຂົງ​ເຂດ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ, ຮັບ​ປະ​ກັນ​ຊີ​ວິດ​ສ​ັງ​ຄົມ. ໃນ 8 ເດືອນ ຜ່ານ​ມາ, ທົ່ວ​ປະ​ເທດ​ໄດ້​ສ້າງວຽກ​ເຮັດ​ງານ​ທຳໃຫ້​ແກ່​ຄົນ​ງານກວ່າ 1 ລ​້ານ​ຄົ​ນ, ບັນ​ລຸກວ່າ 64% ແຜນ​ການ​ທີ່​ວາງ​ອອກ. ຄາດ​ວ່າ​ທ້າຍ​ປີນີ້ ອັດ​ຕາ​ສ່ວນ​ຄອບ​ຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ຍັງ​ເຫລືອ​ພຽງ 5,8-6%, ຫລຸດ​ລົງ​ປະ​ມານ 1,8 -2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ວຽກ​ງານ​ສອນ​ວິ​ຊາ​ຊີບ​ສືບ​ຕໍ່​ປ່ຽນ​ໃຫມ່, ຕິດ​ພັນ​ກັບ​ຕະ​ຫລາດ​ແຮງ​ງານ. ກ່ຽວ​ກັບ​ມາດ​ຕະ​ການ​ແກ້​ໄຂ​ສະ​ພາບ​ສອນ​ວິ​ຊາ​ຊີບ, ມຸ່ງ​ໄປ​ເຖິງ​ການ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ, ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ​ ແລະ ສັງ​ຄົມ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

“​ປະ​ຈຸ​ບັນ ຄວ​າມ​ຫຍຸ້ງ​ຍາກ​ຂອງຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ສ່ວນ​ຫລາຍ​ແມ່ນ​ລະ​ດັບ​ຄວາມ​ຮູ້ ແລະ ພື້ນ​ຖານ​ໂຄງ​ລ່າງ, ລັດ​ຖະ​ບານ​ກໍ​ໄດ້​ສະ​ຫງວນ​ບຸ​ລິ​ມະ​ສິດ​ລົງ​ທຶນ​ໃຫ້​ແກ່​ພື້ນ​ຖານ​ໂຄງ​ລ່າງ, ບຸ​ລິ​ມະ​ສິດ​ແກ່​ການ​ຮ່ຳ​ຮຽນ, ສອນ​ວິ​ຊາ​ຊີບ​ໃຫ້​ແກ່​ຊາວ​ຊົ​ນ​ເຜົ່າ.”

ຕອບກັບ

ຂ່າວ/ບົດ​ອື່ນ