ກຳມາທິການບັນດາເຜົ່າສະພາແຫ່ງຊາດລາວ - ສະພາຊົນຊາດສະພາແຫ່ງຊາດ ຫວຽດນາມ ແລກປ່ຽນບົດຮຽນກ່ຽວກັບວຽກງານຊົນເຜົ່າ

(VOVWORLD) - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການປຶກສາຫາລື ແລກປ່ຽນບົດຮຽນດ້ານນະໂຍບາຍ; ປະສົບການໃນການກວດກາ ແລະ ຕິດຕາມກວດກາວຽກງານຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ...
ກຳມາທິການບັນດາເຜົ່າສະພາແຫ່ງຊາດລາວ - ສະພາຊົນຊາດສະພາແຫ່ງຊາດ ຫວຽດນາມ ແລກປ່ຽນບົດຮຽນກ່ຽວກັບວຽກງານຊົນເຜົ່າ  - ảnh 1(ກອງປະຊຸມແລກປ່ຽນບົດຮຽນ)

  ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຂອງຄະນະປະຕິບັດງານກຳມາທິການບັນດາເຜົ່າສະພາແຫ່ງຊາດ ລາວ (ແຕ່ວັນທີ 20-25 ກັນຍາ), ຕອນບ່າຍວັນທີ 21 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ສະພາຊົນຊາດສະພາແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບກຳມາທິການບັນດາເຜົ່າສະພາແຫ່ງຊາດ ລາວ ຈັດກອງປະຊຸມແລກປ່ຽນບົດຮຽນລະຫວ່າງ 2 ອົງການ ເພື່ອແນໃສ່ເປັນເສນາທິການກ່ຽວກັບການ ສ້າງ, ຕິດຕາມກວດກາ, ຜັນຂະຫຍາຍບັນດານະໂຍບາຍ, ກົດໝາຍກ່ຽວກັບວຽກງານຊົນເຜົ່າ, ການກໍ່ສ້າງຊົນນະບົດໃໝ່, ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ການອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳບັນດາເຜົ່າສ່ວນໜ້ອຍ. ທ່ານປະທານສະພາຊົນຊາດສະພາແຫ່ງຊາດ ຫວຽດນາມ ອີແທງຮ່ານີເອີກະດຳ ແລະ ທ່ານປະທານກຳມາທິການບັນດາເຜົ່າສະພາແຫ່ງຊາດ ລາວ ຄຳຈັນ ໂສຕາປະເສີດ ເປັນປະທານຮ່ວມທີ່ກອງປະຊຸມ, ພ້ອມກັບການເຂົ້າຮ່ວມຂອງບັນດາຜູ້ຕ່າງໜ້າປະຈຳການຂອງ ສະພາຊົນຊາດ ແລະ ກຳມາທິການສະພາແຫ່ງຊາດ; ບັນດາຜູ້ແທນສະເພາະກິດ ແລະ ຜູ້ແທນທີ່ເປັນສະມາຊິກ ສະພາຊົນຊາດ; ຄະນະປະຕິບັດງານຢູ່ບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມລະຫວ່າງ ຫວຽດນາມ - ລາວ.

ກຳມາທິການບັນດາເຜົ່າສະພາແຫ່ງຊາດລາວ - ສະພາຊົນຊາດສະພາແຫ່ງຊາດ ຫວຽດນາມ ແລກປ່ຽນບົດຮຽນກ່ຽວກັບວຽກງານຊົນເຜົ່າ  - ảnh 2(ທ່ານປະທານສະພາຊົນຊາດສະພາແຫ່ງຊາດ ຫວຽດນາມ ອີແທງຮ່ານີເອີກະດຳ ແລະ ທ່ານປະທານກຳມາທິການບັນດາເຜົ່າສະພາແຫ່ງຊາດ ລາວ ຄຳຈັນ ໂສຕາປະເສີດ ເປັນປະທານຮ່ວມທີ່ກອງປະຊຸມ)

          ນະທີ່ນີ້, ທ່ານ ຄຳຈັນ ໂສຕາປະເສີດ, ປະທານກຳມາທິການບັນດາເຜົ່າຂອງສະພາແຫ່ງຊາດ ລາວ ໃຫ້ຮູ້ວ່າ, ການຈັດກອງປະຊຸມສຳມະນາແມ່ນເພື່ອແນໃສ່ເປັນເສນາທິການໃຫ້ແກ່ການສ້າງ, ຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານຊົນເຜົ່າຢູ່ ລາວ:

 (ສຽງທ່ານ ຄຳຈັນ ໂສຕາປະເສີດ)
ກຳມາທິການບັນດາເຜົ່າສະພາແຫ່ງຊາດລາວ - ສະພາຊົນຊາດສະພາແຫ່ງຊາດ ຫວຽດນາມ ແລກປ່ຽນບົດຮຽນກ່ຽວກັບວຽກງານຊົນເຜົ່າ  - ảnh 3(ຜູ້ແທນຝ່າຍ ລາວ ຮັບຟັງການປຶກສາຫາລືແລກປ່ຽນບົດຮຽນ)

          ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການປຶກສາຫາລືແລກປ່ຽນບົດຮຽນດ້ານນະໂຍບາຍ; ປະສົບການໃນການກວດກາ ແລະ ຕິດຕາມກວດກາວຽກງານຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ; ບັນດາໝາກຜົນ ແລະ ບົດຮຽນທີ່ບັນລຸໄດ້ໃນການກໍ່ສ້າງຊົນນະບົດໃໝ່ ແລະ ນະໂຍບາຍ, ກົດໝາຍກ່ຽວກັບ ການກໍ່ສ້າງຊົນນະບົດໃໝ່ຢູ່ເຂດຊົນເຜົ່າສ່ວນໜ້ອຍຢູ່ ຫວຽດນາມ.

ກຳມາທິການບັນດາເຜົ່າສະພາແຫ່ງຊາດລາວ - ສະພາຊົນຊາດສະພາແຫ່ງຊາດ ຫວຽດນາມ ແລກປ່ຽນບົດຮຽນກ່ຽວກັບວຽກງານຊົນເຜົ່າ  - ảnh 4(ບັນດາຜູ້ແທນຝ່າຍ ຫວຽດນາມ)

ຕອບກັບ

ຂ່າວ/ບົດ​ອື່ນ