ກຳ​ລັງ ອິດ​ສະ​ຣາ​ແ​ອັນ ສືບ​ຕໍ່​ບັນ​ດາບັ້ນ​ບຸກ​ໂຈມ​ຕີ​ຢູ່​ເຂດ ກາ​ຊາ ແລະ ເຂດ​ຊາຍ​ແດນ​ກັບ ລີ​ບັງ

(VOVWORLD) - ຄວາມເຄັ່ງຕຶງລຽບຕາມເຂດຊາຍແດນ ອິດສະຣາແອັນ-ລີບັງ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ນັບທັງເມື່ອທະຫານ ອິດສະຣາແອັນ ແລະ ກຳລັງ Hezbollah ສືບຕໍ່ເປີດບັນດາບັ້ນບຸກໂຈມຕີເຂດຊາຍແດນແນ່ໃສ່ກັນ.
ກຳ​ລັງ ອິດ​ສະ​ຣາ​ແ​ອັນ ສືບ​ຕໍ່​ບັນ​ດາບັ້ນ​ບຸກ​ໂຈມ​ຕີ​ຢູ່​ເຂດ ກາ​ຊາ ແລະ ເຂດ​ຊາຍ​ແດນ​ກັບ ລີ​ບັງ - ảnh 1

ເຮືອນຊານທີ່ຖືກທຳລາຍຢູ່ ກາຊາ (ພາບ: Reuters   )

       ວັນທີ 28 ມິຖຸນາ, ກອງທັບ ອິດສະຣາແອັນ ໄດ້ປະກາດວ່າ ອິດສະຣາແອັນ ໄດ້ເພີ່ມທະວີບັນດາການເຄື່ອນໄຫວດ້ານການທະຫານຢູ່ທາງທິດເໜືອ ແລະ ທິດໃຕ້ເຂດ ກາຊາ. ຢູ່ ຣາຟາ, ບັນດາເຈົ້າໜ້າທີ່ ປາແລັດສະຕິນ ໃຫ້ຮູ້ວ່າ: ການບຸກໂຈມຕີດ້ວຍປືນໃຫ່ຍຄັ້ງຕ່າງໆຂອງ ອິດສະຣາແອັນ ໄດ້ເຮັດໃຫ້ຢ່າງໜ້ອຍສຸດ 11 ຄົນຢູ່ນະຄອນນີ້ໄດ້ເສຍຊີວິດ

   ອິດສະຣາແອັນ ກໍ່ຍັງດຳເນີນບັນດາບັ້ນບຸກໂຈມຕີ “ມີເປົ້າໝາຍ” ຢູ່ນະຄອນ Shejaia ທາງທິດຕາເວັນອອກຂອງນະຄອນ ກາຊາ, ພ້ອມກັນນັ້ນ, ກຳລັງກອງທັບອາກາດ ໄດ້ບຸກໂຈມຕີນັບສີບເປົ້າໝາຍການທະຫານຂອງ ຮາມາສ ໃນພາກພື້ນ.

   ໃນຂະນະນັ້ນ, ຄວາມເຄັ່ງຕຶງລຽບຕາມເຂດຊາຍແດນ ອິດສະຣາແອັນ-ລີບັງ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ນັບທັງເມື່ອທະຫານ ອິດສະຣາແອັນ ແລະ ກຳລັງ Hezbollah ສືບຕໍ່ເປີດບັນດາບັ້ນບຸກໂຈມຕີເຂດຊາຍແດນແນ່ໃສ່ກັນ. Hezbollah ໄດ້ດຳເນີນການບຸກໂຈມຕີຫຼາຍຄັ້ງດ້ວຍລູກສອນໄຟ ແລະ ເຮືອບິນບໍ່ມີຄົນຂັບບັນຈຸວັດຖຸລະເບີດ ເຂົ້າເຂດພາກເໜີອ ອິດສະຣາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ