ກຳ​ລັງ​ກໍ່​ລັດ​ຖະ​ປະ​ຫານ ປ​ະ​ກາດ​​ຈັບ​ຕ​ົວ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ, ຍຸ​ບ​ເລີກ​ລັດ​ຖະ​ບານ ກີ​ເນ

(VOVWORLD) -ບັນດາພົນທະຫານ ໄດ້ດຳເນີນການລຸກຮືຂຶ້ນຢູ່ ນະຄອນຫຼວງ Conakry ໃນວັນທີ 5 ກັນຍາ ແລ້ວຖະແຫຼງວ່າ ເຂົາເຈົ້າໄດ້ຍຸບເລີກລັດຖະທຳມະນຸນ, ຍຸບເລີກລັດຖະບານໃນການກໍ່ລັດຖະປະຫານ. 
ກຳ​ລັງ​ກໍ່​ລັດ​ຖະ​ປະ​ຫານ ປ​ະ​ກາດ​​ຈັບ​ຕ​ົວ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ, ຍຸ​ບ​ເລີກ​ລັດ​ຖະ​ບານ ກີ​ເນ - ảnh 1ຕຳຫຼວດຕ້ານການກໍ່ການປະທະກັນຢູ່ ກີເນ  ຢູ່ນະຄອນຫຼວງ Conakry (ພາບ: TTXVN)

ໃນເທັບບັນທຶກສຽງທີ່ໄດ້ອອກອາກາດໃນຊ່ອງໂທລະພາບແຫ່ງລັດ ກີເນ, ບັນດາພົນທະຫານ ໄດ້ດຳເນີນການລຸກຮືຂຶ້ນຢູ່ ນະຄອນຫຼວງ Conakry ໃນວັນທີ 5 ກັນຍາ ແລ້ວຖະແຫຼງວ່າ ເຂົາເຈົ້າໄດ້ຍຸບເລີກລັດຖະທຳມະນຸນ, ຍຸບເລີກລັດຖະບານໃນການກໍ່ລັດຖະປະຫານ. ໃນແຈ້ງການໜຶ່ງທີ່ໄດ້ປະກາດຜ່ານຄຼິບວິດີໂອອື່ນ, ກຳລັງດັ່ງກ່າວດ້ຢັ້ງຢືນວ່າ ໄດ້ຈັບຕົວທ່ານປະທານາທິບໍດີ Alpha Conde ແລະ ຍຸບເລີກລັດຖະບານ.

        ມີຫຼາຍແຫຼ່ງຂ່າວຖືວ່າ ຢືນຢູ່ເບື້ອງຫຼັງການກໍ່ລັດຖະປະຫານນີ້ ແມ່ນກອງກຳລັງພິເສດຂອງ ກອງທັບແຫ່ງຊາດ ພາຍໃຕ້ການບັນຊາຂອງທ່ານ Mamady Doumbouya ອະດີດທະຫານຕ່າງປະເທດ ທີ່ສະໝັກໃຈຕໍ່ສູ້ເພື່ອປະເທດ ຝລັ່ງ.

        ວັນທີ 5 ກັນຍາ, ທ່ານເລຂາທິການໃຫຍ່ ສປຊ ໄດ້ກ່າວປະນາມການກໍ່ລັດຖະປະຫານຢູ່ ກີເນ ແລະ ກະຕຸກຊຸກຍູ້ໃຫ້ກຳລັງດັ່ງກ່າວສົ່ງຄວາມສິດເສລີໃຫ້ແກ່ທ່ານປະທານາທານາທິບໍດີ Alpha Conde.

ຕອບກັບ

ຂ່າວ/ບົດ​ອື່ນ