ກຳລັງທະຫານປະສົມອາຣັບສືບຕໍ່ບຸກໂຈມຕີທາງອາກາດໃສ່ເປົ້າໝາຍ Houthi ຢູ່ພາກໃຕ້ Yemen

ກຳລັງທະຫານປະສົມອາຣັບສືບຕໍ່ບຸກໂຈມຕີທາງອາກາດໃສ່ເປົ້າໝາຍ Houthi ຢູ່ພາກໃຕ້ Yemen - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ໃນ​ວັນ​ທີ 10 ຂອງ​ບັ້ນ​ຮົບ​ແຊກ​ແຊງ​ດ້ານການ​ທະຫານ​ຢູ່ Yemen, ວັນ​ທີ 04/04, ກຳລັງທະຫານ​ປະສົມ​ບັນດາ​ປະ​ເທດ​ອາຣັບ​ເຂດ​ອ່າວ​ ໂດຍ ຊາ​ອຸ​ດີ ອາຣາ​ເບຍ ນຳ​ໜ້າ​ສືບ​ຕໍ່​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່ພວກ​ທະຫານກະບົດ​ອິດສະ​ລາມ Houthi ຢູ່​ພາກ​ໃຕ້ Yemen ​ແລະ ສະໜອງ​ອາວຸດ​​ໃຫ້​ບັນ​ດາ​ກຳລັງ​ຈົ່ງ​ຮັກ​ພັກດີ​ກັບ​ປະທານາທິບໍດີ Ab drabbu Mansour Hadi. ຕາມ​ບັນດາ​ແຫຼ່ງຂ່າວ​ທະຫານ​ແລ້ວ, ການ​ບຸກ​ໂຕມຕີ​ທາງ​ອາກາດ​ໄດ້​ດັບ​ສູນ​ພວກ​ທະຫານ​ກະບົດ​ຢ່າງ​ໜ້ອຍ​ສຸດ 13 ຄົນ.

        ​ໃນ​ຂະນະ​ນັ້ນ, ທີ່​ປຶກສາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຊາ​ອຸ​ດີ ອາຣາ​ເບຍ ຜູ້​ໜຶ່ງ​ໃຫ້​ຮູ້ວ່າ, ບັນດາ​ກຳລັງ​ເຮັດ​ໜ້າ​ທີ່ພິ​ເສດ​ຂອງ​ກອງທັບ​ປະ​ເທດ​ນີ້ ​​ເລີ່​ມ​ເຂົ້າ​ຮ່ວມ​ບັ້ນ​ຮົບ​ແຊກ​ແຊງ​ດ້ານການ​ທະຫານ​ຢູ່ Yemen ດ້ວຍ​ໜ້າ​ທີ່​ສະ​ໜອງ​ອາວຸດ ​ແລະ ​ອຸປະ​ກອນ​ຕິດ​ຕໍ່​ໃຫ້​ກອງທັບ​ລັດຖະບານ Yemen. ກ່ອນ​ໜ້າ​ນັ້ນ, ບັນດາ​ກຳລັງ​​ເຮັດ​ໜ້າ​ທີ່ພິ​ເສດ​ຂອງກອງ​ທັບ ​ແລະ ​ເຫຼົ່າ​ທັບ​ເຮືອ ຊາ​ອຸ​ດີ ອາຣາ​ເບຍ ​ໄດ້​ເຂົ້າ​ຮ່ວມ​ບັ້ນ​ຮົບ​ຕ້ານ Houthi ຢູ່​ເກາະ Myun ຂຶ້ນ​ກັບ​ອ່າວ Bab al Mandab, ​​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະຕູ​ຄົມມະນາຄົມ​ທາງ​ທະ​ເລ​ທີ່​ສຳຄັນ​ຂອງ​ໂລກ.

ຂ່າວ/ບົດ​ອື່ນ