ກຳລັງຝ່າຍຄ້ານຊີຣີ ຍົກອອກເຫດຜົນບໍ່ເຂົ້າຮ່ວມການເຈລະຈາຢູ່ກາຢັກສະຖານ


ກຳລັງຝ່າຍຄ້ານຊີຣີ ຍົກອອກເຫດຜົນບໍ່ເຂົ້າຮ່ວມການເຈລະຈາຢູ່ກາຢັກສະຖານ - ảnh 1
ຜູ້​ຕາງ​ໜ້າ​ຝ່າຍ ຊີ​ຣີ ທ່ານ Nasr al-Hariri ໃນ​ການ​ປະ​ຊຸມ​ຂ່າວ​ຢູ່​ເຊີ​ແນວ, ປະ​ເທດ ສະ​ວິດ, ພາຍຫຼັງ​ການ​ພົບ​ປະ​ກັບ​ທູດ​ພິ​ເສດ​ຂອງ ສ​ປ​ຊ ກ່ຽວ​ກັບ​ຊ​ີ​ຣີ Staffan de Mistura ໃນ​ວັນ​ທີ 3/3. 
(ພາບ:EPA/TTXVN)

(vovworld) - ​​​​​​ວັນ​ທີ 14/3, ຜູ້​ຕາງ​ໜ້າ​ຂອງ​ຝ່າຍ​ຄ້ານ ຊີ​ຣີ ໄດ້​ເຜີຍ​​ໃຫ້​ຮູ້: ສາ​ຍ​ເຫດ​ປະ​ຕິ​ເສດ​ເຂົ້າ​ຮ່ວມ​ຮອບ​ເຈ​ລະ​ຈາທີ 3 ກ່ຽວ​ກັບ​ການ​ແກ້​ໄຂວິ​ກິດ​ການ​ຢູ່ນະ​ຄອນຫຼວງ Astana ຂອງ​ປະ​ເທດ ກາ​ຢັກ​ສະ​ຖ​ານ, ນັ້ນ​ແມ່ນກອງ​ທັບ​ອາ​ກາດ​ຂອງ ລັດ​ເຊຍ ໄດ້​ຖິ້​ມ​ລະ​ເບີດ​​ລົງ​ໃສ່ບາງ​ສະ​ຖານ​ທີ່​ຂອງ​ເຂົາ​ເຈົ້າ ກໍ່​ຄື​ຂອງ​ສາ​ມັນ​ຊົນ. ກຳ​ລັງ​ຝ່າຍ​ຄ້ານ ຊ​ີ​ຣີ ບໍ່​ພຽງ​ແຕ່ບໍ່​ເຂົ້າ​ຮ່ວມ​ການ​ພົບ​ປະ​ຢູ່ Astana ເທົ່າ​ນັ້ນ ຫາກ​ຍັງ​ປະ​ປ່ອຍ​ກໍ​ລະ​ນີ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຮອບໃໝ່​ກ່ຽວ​ກັບ​ສັນ​ຕິ​ພາບ​ຂອງ ຊີ​ຣີ ​ຊຶ່ງຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 23/3 ຈະ​ມາ​ເຖິງ​ຢູ່ ເຊີ​ແນວ (ປະ​ເທດ ສະ​ວິດ). ປະ​ຈຸ​ບັນ, ຝ່າຍ ລັດ​ເຊຍ ກໍ່​ຄື​ລັດ​ຖະ​ບານ ຊີີ​ຣີ ​ຍັງບໍ່​ທັນ​ໄດ້​ຍົກ​ອອກ​ຂໍ້​​ສັງ​ເກດ​ໃດໆ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ດັ່ງ​ກ່າວ​ເທື່ອ.

        ຜູ້​ຕາງ​ໜ້າ​ຂອງ​ຄະ​ນະ​ລັດ​ຖະ​ບານ ຊີ​ຣີ, ທ່ານ Bashar Jaafari, ຜູ້​ຕາງ​ໜ​້າຂອງ​ຊີ​ຣີ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຕຳ​ນິ​ຕິ​ຕຽນ​ຝ່າຍ​ຄ້ານ ໄດ້​ປະ​ຕິ​ເສດ​ຮອບ​ເຈ​ລະ​ຈາ​ຢູ່ Astana. ທ່ານ Bashar Jaafari ໄດ້​ຖະ​ແຫຼງ​​ວ່າຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຮອບ​ທີ 3 ນີ້ແມ່ນ​ເພື່ອ​ເຈ​ລະ​ຈາ​ກັບ​ບັນ​ດາ​ປະ​ເທດພັນ​ທະ​ມິດ ລັດ​ເຊຍ ແລະ ອີ​ຣານ, ພ້ອມ​ທັງ​ສະ​ແດງ​​ຄວາມ​ປາດ​ຖະ​ໜາ​ຕໍ່​ບັນ​ດາ​ໝາກ​ຜົນ​ຕັ້ງ​ໜ້ານີ້.


ຂ່າວ/ບົດ​ອື່ນ