ຂີດໝາຍຂອງ ຫວຽດນາມ ໃນບົດບາດເປັນຜູ້ປະສານງານ G21 ທີ່ກອງປະຊຸມຫລຸດຜ່ອນອາວຸດ

(VOVWORLD) - ຫວຽດນາມ ກໍ່ເປັນເຈົ້າການສ້າງຮ່າງຖະແຫຼງການຮ່ວມຂອງ G -21 ກ່ຽວກັບບັນຫາຫລຸດຜ່ອນອາວຸດ, ຄາດວ່າ ຈະກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງຂອງ CD ເຊິ່ງຈະຈັດຂຶ້ນໃນວັນທີ 27 ກຸມພາ - 1 ມີນາ ຢູ່ສຳນັກງານ ສປຊ ຢູ່ເຊີແນວ, ປະເທດ ສະວິດ.
ຂີດໝາຍຂອງ ຫວຽດນາມ ໃນບົດບາດເປັນຜູ້ປະສານງານ G21 ທີ່ກອງປະຊຸມຫລຸດຜ່ອນອາວຸດ - ảnh 1ທ່ານ Anupam Ray, ປະທານ ໝູນວຽນຂອງ CD ແລະ ທ່ານ ກຸງດຶກເຮີນ, ອຸປະທູດຊົ່ວຄາວຂອງຄະນະ ຫວຽດນາມ ປະຈຳ ເຊີແນວ
(ພາບ: Anh Hiển/TTXVN)

ໃນຂອບເຂດກອງປະຊຸມຫລຸດຜ່ອນອາວຸດ (CD) ຈັດຂຶ້ນໃນລະຫວ່າງວັນທີ 22 ມັງກອນ ຮອດວັນທີ 21 ກຸມພາ, ຫວຽດນາມ ໄດ້ຮັບຜິດຊອບບົດບາດເປັນຜູ້ປະສານງານໝູນວຽນຂອງກຸ່ມ G -21 ບັນລຸຜົນສຳເລັດ, ກຸ່ມ G -21 ລວມມີ 33 ປະເທດສະມາຊິກຂະບວນການບໍ່ຮ່ວມກຸ່ມຢູ່ CD. ໃນຖານະຕຳແໜ່ງນີ້, ຫວຽດນາມ ໄດ້ເປັນເຈົ້າການ, ປະສານງານສ້າງຮ່າງຖະແຫຼງການ ແລະ ພ້ອມກັບບັນດາສະມາຊິກ G -21 ຮັບຮອງເອົາຖະແຫຼງການຮ່ວມ 3 ສະບັບ ເພື່ອສະແດງທັດສະນະ, ຫຼັກໝັ້ນຂອງກຸ່ມກ່ຽວກັບບັນດາບັນຫາສຳຄັນ. ທີ່ກອງປະຊຸມໃນວັນທີ 30 ມັງກອນ, ຜູ້ຕາງໜ້າຂອງຄະນະ ຫວຽດນາມ ປະຈຳ ເຊີແນວ, ປະເທດ ສະວິດ, ໄດ້ຕາງໜ້າ G -21 ຮຽກຮ້ອງ CD ຕ້ອງເຄົາລົບ ແລະ ຍົກສູງບັນດາຫຼັກການພື້ນຖານໃນການພິຈາລະນະ ແລະ ແກ້ໄຂບັນຫາດັ່ງກ່າວ. ຫວຽດນາມ ກໍ່ເປັນເຈົ້າການສ້າງຮ່າງຖະແຫຼງການຮ່ວມຂອງ G -21 ກ່ຽວກັບບັນຫາຫລຸດຜ່ອນອາວຸດ, ຄາດວ່າ ຈະກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງຂອງ CD ເຊິ່ງຈະຈັດຂຶ້ນໃນວັນທີ 27 ກຸມພາ - 1 ມີນາ ຢູ່ສຳນັກງານ ສປຊ ຢູ່ເຊີແນວ, ປະເທດ ສະວິດ.

        ໄປຄຽງຄູ່ກັບບັນດາການເຄື່ອນໄຫວດັ່ງກ່າວ, ຫວຽດນາມ ກໍ່ເປັນປະທານຂອງ 4 ກອງປະຊຸມກັບບັນດາສະມາຊິກ G –21, ເຂົ້າຮ່ວມກອງປະຊຸມປະຈຳອາທິດກັບບັນດາປະທານຂອງ CD ໃນປີ, ເປັນຂົວຕໍ່ດ້ານຂໍ້ມູນຂ່າວສານທີ່ມີປະສິດທິຜົນລະຫວ່າງ G -21 ກັບບັນດາປະທານ CD.

ຕອບກັບ

ຂ່າວ/ບົດ​ອື່ນ