ຂໍ້ຕົກລົງຢຸດຍິງຢູ່ເຢແມນຈະມີຜົນສັກສິດນັບແຕ່ວັນທີ10/04

ຂໍ້ຕົກລົງຢຸດຍິງຢູ່ເຢແມນຈະມີຜົນສັກສິດນັບແຕ່ວັນທີ10/04 - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 23/03 ທ່ານ Ismail Ould Cheikh Ahmed ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ບັນ​ຫາ ​ເຢ​ແມນ ​ໃຫ້​ຮູ້​ວ່າ: ຄຳ​ສັ່ງ​ຢຸດ​ຍິງ​ສະບັບ​ໜຶ່ງ​ຈະ​ໄດ້​ປະຕິບັດ​ໃນ​ທົ່ວ​ປະ​ເທດ ​ເຢຍ​ແມນ ​ນັບ​ແຕ່​ວັນ​ທີ 10/04 ຈະ​ມາ​ເຖິງ, ກ່ອນ​ທີ່​ຮອບ​ເຈລະຈາ​ສັນຕິພາບ​ຄັ້ງໃໝ່​ເປັນ​ເວລາ​ໜຶ່ງ​ອາທິດ ອາດ​ຈະ​​ດຳ​ເນີນ​ໄປ ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ມາດ​ຕະການ​ແກ້​ໄຂ​ດ້ານ​ການ​ເມືອງ​ໃຫ້​ວິ​ວິດ​ການຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ທ່ານ Ahmed ກໍ່​ຢືນຢັນ​ວ່າ: ບັນດາ​ຝ່າຍທີ່​ເປັນ​ປໍ​ລະ​ປັກກັນຢູ່ ​ເຢແມນ ​ໄດ້​ເຫັນ​ດີ​ເປັນ​ເອກ​ະພາບ​ປະຕິບັດ​ຂໍ້​ຕົກລົງ​ຢຸດ​ບັນດາ​ການ​ເຄື່ອນ​ໄຫວທີ່​ເປັນ​ປໍ​ລະ​ປັກ​ກັນໃນ​ທົ່ວ​ປະ​ເທດ​ນີ້ ​ເລີ່​ມຕົ້ນ​ແຕ່ 0 ​ໂມງວັນ​ທີ 10/04. ຖະ​ແຫຼ​ງການ​ດັ່ງ​ກ່າວ​ຂອງ​ເຈົ້າ​ໜ້າ​ທີ່ສະຫະ​ປະຊາ​ຊາດ ​ໄດ້​ພາ​ໃຫ້​ເກີດ​ຄວາມ​ປາດ​ຖະໜາກ່ຽວ​ກັບ​ບາດກ້າວ​ບຸກທະລຸ​ທີ່​ອາດ​ຈະ​ບັນລຸ​ໄດ້ ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ ທີ່​ພວມ​ທຳລາຍ​ປະ​ເທດ ​ເຢ​ແມນ.

ຂ່າວ/ບົດ​ອື່ນ