ຂັນ Premier Laegue ອັງກິດ (FA CUP) ໄດ້ມາຮອດຫວຽດນາມ

(VOVWORLD) -ໃນການເດີນທາງອ້ອມຮອບໂລກ “Trophy Tour 2018”, ທັງ 2 ຂັນຊະນະເລີດໃນການແຂ່ງຂັນເຕະບານ Premier Laegue ແລະ ສະຫະພັນບານເຕະອັງກິດ (FA CUP) ເຊິ່ງສະໂມສອນ Manchester City ຍາດໄດ້ຢູ່ການແຂ່ງຂັນບານເຕະ 2017 – 2018 ໄດ້ມາຮອດຫວຽດນາມ ແລ້ວ.
ຂັນ Premier Laegue ອັງກິດ (FA CUP) ໄດ້ມາຮອດຫວຽດນາມ - ảnh 1 (ຂັນ Premier Laegue ອັງກິດ (FA CUP) ໄດ້ມາຮອດຫວຽດນາມ)

ທະນາຄານໄຊງ່ອນຮ່າໂນ້ຍ (SHB) - ເຊິ່ງແມ່ນຄູ່ຮ່ວມມືດ້ານການເງິນຂອງ Manchester City, ໄດ້ຈັດພິທີຕ້ອນຮັບ ແລະ ຈັດລົດເມ 2 ຊັ້ນເພື່ອໃຫ້ແຟນບານໄດ້ຊົມຂັນ 2 ໜ່ວຍນັ້ນ, ດ້ວຍການເດີນທາງຈາກສະໜາມບິນໂນ້ຍບ່າຍ ໄປຫາເຂດໃຈກາງນະຄອນຮ່າໂນ້ຍ, ຜ່ານບັນດາສະຖານທີ່ຕິດພັນກັບປະຫວັດສາດ, ວັດທະນະທຳຂອງນະຄອນຫຼວງ. ກໍ່ທີ່ເຫດການແຫ່ຂັນ FA CUP ສະຫະພັນບານເຕະອັງກິດ ນັ້ນ,  ທ່ານ ໂດ້ກວາງຫຽນ, ປະທານສະພາບໍລິຫານທະນາຄານ SHB, ໄດ້ແບ່ງປັນກ່ຽວກັບນັກກິລາບານເຕະຫວຽດນາມ ຫງວຽນກວາງຫາຍ, ອາດຈະໄດ້ສົ່ງໄປ Man City ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ