ຂົວເຊື່ອມຕໍ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ

(VOVWORLD) - ຕອນເຊົ້າວັນທີ 07 ກຸມພາ, ທີ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ ຫງວຽນເຕິມຈ໊ຽນ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ປະທານສະມາຄົມ ຫວຽດນາມ - ອາເມລິກາ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນອົງການທະຫານຜ່ານເສິກ ອາເມລິກາ ທີ່ເຂົ້າຮ່ວມສົງຄາມຢູ່ ຫວຽດນາມ (VVA) ໂດຍທ່ານ Grant Coates ຮອງຫົວໜ້າຄະນະກຳມະການ POW – MIA ຂອງອົງການ VVA ເປັນຫົວໜ້າຄະນະ.

       ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ຫງວຽນເຕິມຈ໊ຽນ ໄດ້ແບ່ງປັນບາງຂໍ້ມູນຂ່າວສານກ່ຽວກັບບັນດາການເຄື່ອນໄຫວພົວພັນຕ່າງປະເທດໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ສະມາຄົມ ຫວຽດນາມ - ອາເມລິກາ ໃນປີ 2020, ພິເສດແມ່ນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ເປັນປົກກະຕິ (1995 - 2020). ທ່ານເອກອັກຄະລັດຖະທູດ ຫງວຽນເຕິມຈ໊ຽນ ປາດຖະໜາວ່າ: ການພົວພັນລະຫວ່າງສະມາຄົມ ຫວຽດນາມ - ອາເມລິກາ ແລະ ອົງການທະຫານຜ່ານເສິກ ອາເມລິກາ ທີ່ເຂົ້າຮ່ວມສົງຄາມຢູ່ ຫວຽດນາມ ຈະສືບຕໍ່ເປັນຂົວເຊື່ອມຕໍ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ມີການພັດທະນາ.

        ສ່ວນທ່ານ Grant Coates ປາດຖະໜາວ່າ ອົງການທະຫານຜ່ານເສິກ ອາເມລິກາ ທີ່ເຂົ້າຮ່ວມສົງຄາມຢູ່ ຫວຽດນາມ ໄດ້ມີການພົບປະເຈລະຈາກັບສະມາຄົມ ຫວຽດນາມ - ອາເມລິກາ ເປັນປະຈຳ ເພື່ອໃຫ້ການຮ່ວມມືນັບມື້ນັບເລິກເຊິ່ງກ້ວາງຂວາງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ