ຂອງຂວັນມອບໃຫ້ຜູ້ມີຄຸນງາມຄວາມດີໃນໂອກາດປີໃໝ່ລວມມູນຄ່າ420ຕື້ດົ່ງ
ພາບປະກອບ
|
(vovworld) – ທ່ານນາງລັດຖະມົນຕີວ່າການກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫງວຽນທິຫາຍຈ່ວຽນ ໄດ້ສະເໜີຕໍ່ປະທານປະເທດກ່ຽວກັບຂອງຂວັນມອບໃຫ້ບັນດາເປົ້າໝາຍທີ່ມີຄຸນງາມຄວາມດີຕໍ່ການປະຕິວັດເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະແມປີ 2015. ໃນນັ້ນຂອງຂວັນຖືກແບ່ງເປັນ 2 ປະເພດ: ມີມູນຄ່າ 400.000 ດົ່ງ ແລະ 200.000 ດົ່ງ, ໃຫ້ບັນດາເປົ້າໝາຍຄື: ຜູ້ເຄື່ອນໄຫວປະຕິວັດ, ແມ່ຫວຽດນາມ ວິລະຊົນ, ວິລະຊົນກຳລັງປະກອບອາວຸດປະຊາຊົນ, ວິລະຊົນແຮງງານໃນການຕໍ່ຕ້ານ, ຍາດຕິພີ່ນ້ອງທະຫານເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ໄດ້ຮັບຊົມໃຊ້ນະໂຍບາຍ…. ຂອງຂວັນມອບໃຫ້ບັນດາເປົ້າໝາຍທີ່ມີຄຸນງາມຄວາມດີໃນໂອກາດບຸນປີໃໝ່ປີມະແມ 2015 ລວມມູນຄ່າກ່ວາ 420 ຕື້ດົ່ງ.