ຂະ​ແໜງ​ສິນ​ໃນ​ນ້ຳ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ທ່າ​ອ່ຽງ​ຕະຫຼາດ

(VOVWORLD) - ໃນໄລຍະຍາວ, ວິສາຫະກິດຕ້ອງຮັບປະກັນການກຳນົດທິດແບບຍືນຍົງ, ລັກສະນະໂປງໄສ, ຄົ້ນຫາໄດ້ຕົ້ນກຳເນີນ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມຂອງລະບົບຜະລິດຜະລິດຕະພັນຍ້ອນວ່າ ບັນດາຕະຫຼາດຈະເພີ່ມຂຶ້ນ ຫຼືຮັດແໜ້ນບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງຄຸນນະພາບການຮັກສາສຸຂະອະນາໄມດ້ານອາຫານ, ສິ່ງແວດລ້ອມ, ຜູ້ອອກແຮງງານ
ຂະ​ແໜງ​ສິນ​ໃນ​ນ້ຳ​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ທ່າ​ອ່ຽງ​ຕະຫຼາດ - ảnh 1ພາບປະກອບ: TTXVN

ພາຍຫຼັງຖືກຜົນກະທົບຈາກພະຍາດໂຄວິດ - 19 ເປັນໄລຍະຍາວນານ ແລະ ການເໜັງຕິງຂອງໄພເງິນເຟີ້, ຄວາມຕ້ອງການ ແລະ ທ່າອ່ຽງໃນການບໍລິໂພກສິນໃນນ້ຳຢູ່ຫຼາຍຕະຫຼາດໄດ້ມີການປ່ຽນແປງຫຼາຍຢ່າງ. ສິ່ງນີ້ຮຽກຮ້ອງໃຫ້ວິສາຫະກິດ ແລະ ຂະແໜງສິນໃນນ້ຳຫວຽດນາມ ຕ້ອງມີວິທີການຮັບມືເພື່ອແນໃສ່ຮັກສາທີ່ຕັ້ງ ແລະ ຮັບປະກັນການເຕີບໂຕ. ຢູ່ກອງປະຊຸມສຳມະນາຄວາມຕ້ອງການ ແລະ ທ່າອ່ຽງຕະຫຼາດສິນໃນນ້ຳພາຍ ຫຼັງໂຄວິດ - 19, ໂດຍສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (Vasep) ຈັດຕັ້ງ, ຕອນບ່າຍວັນທີ 24 ສິງຫາ, ທ່ານນາງ ເລຮັ່ງ, ຜູ້ອຳນວຍການຮັບຜິດຊອບການສື່ສານ Vasep ໃຫ້ຮູ້ວ່າ: ຄວາມຕ້ອງການສິນໃນນ້ຳທົ່ວໂລກບັນລຸໄດ້ລະດັບສູງສຸດ ແລະ ຈະຫຼຸດລົງໃນ 6 ເດືອນທ້າຍປີ 2022. ສະພາບການເງິນເຟີ້ເພີ່ມຂຶ້ນເຮັດໃຫ້ການພໍລິໂພກສິນໃນນ້ຳຫຼຸດລົງ, ຜູ້ບໍລິໂພກຈະໄດ້ຮັບບຸລິມະສິດສຳລັບສິນໃນນ້ຳຊະນິດຕ່າງໆທີ່ມີລາຄາເໝາະສົມກັບລາຍຮັບທີ່ພວມຫຼຸດລົງ. ນັ້ນຈະແມ່ນທ່າອ່ຽງເຊິ່ງ ບັນດາວິສາຫະກິດສົ່ງອອກຕ້ອງມີຄວາມໄຫວພິບໃນການຕອບສະໜອງເພື່ອ ຮັກສາໄດ້ອັດຕາສ່ວນໃນໄລຍະປັດຈຸບັນ. ໃນໄລຍະຍາວ, ວິສາຫະກິດຕ້ອງຮັບປະກັນການກຳນົດທິດແບບຍືນຍົງ, ລັກສະນະໂປ່ງໃສ, ຄົ້ນຫາໄດ້ຕົ້ນກຳເນີດ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມຂອງລະບົບກການຜະລິດຜະລິດຕະພັນຍ້ອນວ່າ ບັນດາຕະຫຼາດຈະເພີ່ມຂຶ້ນ ຫຼືຮັດແໜ້ນບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງຄຸນນະພາບການຮັກສາສຸຂະອະນາໄມດ້ານສະບຽງອາຫານ, ສິ່ງແວດລ້ອມ, ຜູ້ອອກແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ