ຂະແໜງສາທາລະນະສຸກກະກຽມຮັບໃຊ້ສັບປະດາຂັ້ນສູງ APEC ຢູ່ດ່ານັ້ງເປັນຢ່າງດີ

(VOVWORLD) - ໄລ່ຮອດຈຸດເວລານີ້, ບັນດາກິດຈະກຳກໍ່ສ້າງສຳຄັນເພື່ອຮັບໃຊ້ສັບປະດາຂັ້ນສູງ APEC 2017 ໄດ້ສຳເລັດໂດຍພື້ນຖານ, ວຽກງານສາທາລະນະສຸກໄດ້ກະກຽມຮັບໃຊ້ໃຫ້ເຫດການພິເສດດັ່ງກ່າວ. ຕາມການນຳກະຊວງສາທາລະນະສຸກແລ້ວ, ຂະແໜງໄດ້ຈັດສົ່ງພະນັກງານ 500 ຄົນລວມມີ: ທ່ານໝໍ, ນັກພະຍາບານ, ນັກເຕັກນິກ… ເຂົ້າຮ່ວມການຮັບໃຊ້ສັບປະດາຂັ້ນສູງນີ້.
ຂະແໜງສາທາລະນະສຸກກະກຽມຮັບໃຊ້ສັບປະດາຂັ້ນສູງ APEC ຢູ່ດ່ານັ້ງເປັນຢ່າງດີ - ảnh 1 (ພາບປະກອບ)

ສ່ວນທາງນະຄອນດ່ານັ້ງ, ບໍ່ພຽງແຕ່ມີບັນດາໂຮງໝໍໃຫຍ່ເຂົ້າຮ່ວມການຮັບໃຊ້ວຽກງານສາທາລະນະສຸກໂດຍກົງເທົ່ານັ້ນ, ຫາກທັງ 7 ສູນສາທາສາລະນະສຸກຂັ້ນເມືອງ ແລະ ບັນດາໂຮງໝໍລົງເລິກຂະແໜງອື່ນໃນບໍລິເວນນະຄອນກໍ່ລ້ວນແຕ່ມີແຜນການເປັນເຈົ້າການຮັບໃຊ້ເມື່ອມີຄວາມຈຳເປັນ.

        ໃນຂະນະນັ້ນ, ຢູ່ສະໜາມບິນສາກົນ ແລະ ທ່າກ່ຳປັ່ນ, ສູນກວດກາໂລກລະບາດດ້ານສາທາລະນະສຸກ ໄດ້ເພີ່ມທະວີບັນດາໜ່ວຍງານສາທາລະນະສຸກປະຈຳການຕິດຕາມອາການສຸຂະພາບຂອງແຂກ. ຮັບປະກັນຫຼັກອະນາໄມສິ່ງແວດລ້ອມ, ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານພະຍາດ…

        ດ້ວຍການກະກຽມຢ່າງລອບຄອບທີ່ຖ້ວນ, ຂະແໜງສາທາລະນະສຸກຫວຽດນາມ ໄດ້ກຽມພ້ອມ ແລະ ມີຄວາມສາມາດຢ່າງພຽງພໍເພື່ອປະຕິບັດສຳເລັດໜ້າທີ່ປິນປົວສຸກເສີນສຸຂະພາບໃຫ້ບັນດາຜູ້ແທນເຂົ້າຮ່ວມສັບປະດາຂັ້ນສູງ AEPC 2017 ເຊິ່ງຈະດຳເນີນໃນເດືອນ ພະຈິກ ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ