ຂະແໜງສາທາລະນະສຸກສືບຕໍ່ສຸມໃສ່ກໍ່ສ້າງຖັນແຖວແພດໝໍມີຄວາມເກັ່ງກ້າສາມາດ

ຂະແໜງສາທາລະນະສຸກສືບຕໍ່ສຸມໃສ່ກໍ່ສ້າງຖັນແຖວແພດໝໍມີຄວາມເກັ່ງກ້າສາມາດ - ảnh 1
ກອງ​ປະ​ຊຸມ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕ​ີ​ເນັດ​ສ​ະ​ຫລຸບ​ວຽກ​ງານ​ການ
​ແພດ​ ປີ 2015, ຜັນ​ຂະ​ຫຍາຍ​ແຜນ​ການ​ປີ 2016 ແລະ ໜ້າ​ທ​ີ່​ຕົ້ນ​ຕໍ
​ໄລ​ຍະ 2016 – 2020

Vovworld - ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​​ສືບ​ຕໍ່ສຸມ​ໃສ່​ກໍ່​ສ້າງ​ຖັນ​ແຖວ​ແພດ​ໝໍ​ ​ໃຫ້ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ມີ​ວິ​ຊາ​ຊີບ​ສູງ ແລະ ຈັນ​ຍາ​ບັນ​ເປັນ​ຢ່າງ​ດີ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕ​ີນ​ຢູ້ງ ໄດ້​ເນັ້ນ​ໜັກ​ຄື​ດັ່ງ​ກ່າວ​ທີ່ກອງ​ປະ​ຊຸມ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕ​ີ​ເນັດ​ສ​ະ​ຫລຸບ​ວຽກ​ງານ​ການ​ແພດ​ປີ 2015, ຜັນ​ຂະ​ຫຍາຍ​ແຜນ​ການ​ປີ 2016 ແລະ ໜ້າ​ທ​ີ່​ຕົ້ນ​ຕໍ​ໄລ​ຍະ 2016 – 2020 ໂດຍ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຈັດ​ຕັ້ງ​ໃນ​ວັນ​ທີ 15/1, ຢູ່​ຮ່າ​ໂນ້ຍ. ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເນັ້ນ​ໜັກ​ວ່າ: ຂະ​ແໜງ​ສາ​ທາ​ລະ​ນະ​ສ​ຸກ ໄດ້​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃນ​ວຽກ​ງານ​​ຮັກ​ສາ ແລະ ເບິ່ງ​ແຍງສຸ​ຂະ​ພາບ​​ໃຫ້​ແກ່​ປະ​ຊ​າ​ຊົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ຊີ້​ແຈ້ງ​ບັນ​ດາ​ໜ້າ​ທີ່​ລະ​ອຽດ​ເຊິ່ງ​ຂະ​ແໜງ​ການ​ແພດ​ຕ້ອງ​ຊີ້​ນຳ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຢ່າງ​ຮີບ​ດ່ວນ. ນັ້ນ​ແມ່ນ, ຂະ​ແໜງ​ຕ້ອງ​ສຸມ​ໃສ່​ຊີ້​ນ​ຳ​ປະ​ຕິ​ບັດ​ວຽກ​ງານ​ການ​ແພດປ້ອງ​ກັນ, ເບິ່ງ​ແຍງ​​ສຸ​ຂະ​ພາບ​ຂັ້ນ​ຕົ້ນ​​ໃຫ້​ປະ​ຊາ​ຊົນ… ນອກ​ຈາກນັ້ນ, ຂະ​ແໜງ​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ບັນ​ດາ​ໂລກ​ພະ​ຍາດ​ຈາກ​ພາຍນອກ… ທ່ານ​ ຫງວຽນ​ເຕີນ​ຢູ້ງ ຊີ້​ແຈ້ງວຽກ​ງານ​​ປະ​ກັນສຸ​ຂະ​ພາບ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງສູງ​ເພື່ອ​ຮັບ​ປະ​ກັນ​ຄວາມ​ຍຸ​ຕິ​ທ​ຳ​ທາ​ງ​ສັງ​ຄົມ​ໃນ​ການ​ເບິ່ງ​ແຍງ​​ສຸ​ຂະ​ພາບ​ໃຫ້​ປະ​ຊາ​ຊົນ, ຄ​ຽງ​ຄູ່​ກັນ​ນັ້ນ, ຕ້ອງ​ຄວບ​ຄຸມ​ວຽກ​ງານກວດ, ປິ່ນ​ປົວ​ພະ​ຍາດ​ດ້ວຍ​ບັດ​ປະ​ກັນ​ສຸ​ຂະ​ພາບ​ເປັນ​ຢ່າງ​ດີ…

 


ຂ່າວ/ບົດ​ອື່ນ