ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ສືບ​ຕ​ໍ່​ປັບ​ປຸງ ສະ​ພາບ​ແວດ​ລ້ອມ​​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ແຫ່ງ​ຊາດ 2021

(VOVWORLD) -  ຕອນເຊົ້າວັນທີ 7 ມັງກອນ ຢູ່ຮ່າໂນ້ຍ, ຂະແໜງອຸດສາຫະກຳ ແລະ ການຄ້າໄດ້ດຳເນີນກອງປະຊຸມສະຫຼຸບວຽກງານປີ 2020 ແລະ ຜັນຂະຫຍາຍໜ້າທີ່ປີ 2021.

ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ສືບ​ຕ​ໍ່​ປັບ​ປຸງ ສະ​ພາບ​ແວດ​ລ້ອມ​​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ແຫ່ງ​ຊາດ 2021 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ໃນສະພາບທີ່ ເສດຖະກິດໂລກໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19, ແຕ່ການສົ່ງອອກຂອງ ຫວຽດນາມ ຍັງເຕີບໂຕດ້ວຍວົງເງິນສົ່ງອອກຄາດວ່າບັນລຸໄດ້ ກ່ວາ 281,5 ຕື້ USD, ເພີ່ມຂຶ້ນ 6,5%ເມື່ອທຽບໃສ່ປີ 2019.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຕີລາຄາສູງຕໍ່ການປະຕິບັດສັນຍາການຄ້າເສລີ (FTA) ສະບັບຕ່າງໆຢ່າງມີປະສິດທິຜົນ ເພື່ອໃຫ້ການສົ່ງອອກໄດ້ຮັບການຍູ້ແຮງຢ່າງມີປະສິດທິຜົນກ່ວາ. ມາຮອດປັດຈຸບັນ, ຫວຽດນາມ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີລະດັບເປີດຂະໜາດໃຫຍ່ ແລະ ມີການພົວພັນການຄ້າ ກັບ 230 ຕະຫຼາດ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຂອງ ຫວຽດນາມ ເປີດກວ້າງຕະຫຼາດ, ເຊື່ອມຕໍ່, ເຂົ້າຮ່ວມລະບົບຕ່ອງໂສ້ມູນຄ່າ ແລະ ເຄືອຂ່າຍການຜະລິດທົ່ວໂລກ ຢ່າງເລິກເຊິ່ງກ່ວາ.. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ປີ 2020 ແມ່ນປີມີຫຼາຍເຫດການສຳຄັນ, ຂະແໜງ ອຸດສາຫະກຳ ແລະ ການຄ້າ ຄວນສຸມໃສ່ບັນດາການກຳນົດທິດໃຫຍ່.

        ປະຕິບັດມາດຕະການຊຸກຍູ້ການສົ່ງອອກ, ຄວບຄຸມການສົ່ງອອກ - ນຳເຂົ້າຢ່າງມີປະສິດທິຜົນແລະຄົບຊຸດ, ຕິດຕາມສະພາບການຜັນແປຢ່າງໃກ້ຊິດ ເພື່ອມີນະໂຍບາຍຮັບມືຢ່າງເໝາະສົມ. ເອົາໃຈໃສ່ພັດທະນາຕະຫຼາດພາຍໃນປະເທດຕາມລວງເລິກ, ປ້ອງກັນ, ສະກັດກັ້ນການຄ້າເຖື່ອນ, ສໍ້ໂກງການຄ້າ, ຕົ້ນກຳເນີດ; ເສີມຂະຫຍາຍບົດບາດຂອງສະຫະສະມາຄົມຂະແໜງສິນຄ້າ ແລະ ຜູ້ອຸປະໂພກບໍລິໂພກ.

ເມື່ອເຕື້ອງເຖິງເລື່ອງ ຫວຽດນາມ ຖືກກະຊວງການເງິນ ອາເມລິກາ ຈັດ ຫວຽດນາມ ເຂົ້າບັນຊີລາຍຊື່ “ປະເທດຄອບງຳເງິນຕາ”. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ “ຫຼຸດຜ່ອນການຂາດດຸນການຄ້າ, ຕ້ານການສໍ້ໂກງຕົ້ນກຳເນີດ ຢ່າງເດັດດ່ຽວຂ້ຽວຂາດ” ດ້ວຍການກະທຳຢ່າງລະອຽດ. ມາຮອດປັດຈຸບັນ, ອາເມລິກາ ແລະ ລັດຖະບານ ຫວຽດນາມ ໄດ້ໂທລະສັບປຶກສາຫາລືກ່ຽວກັບບັນຫານີ້ສອງຄັ້ງແລ້ວ. ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກອີກຄັ້ງໜຶ່ງວ່າ ນະໂຍບາຍເງິນຕາຂອງ ຫວຽດນາມ ເພື່ອແນໃສ່ເປົ້າໝາຍຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ບໍ່ແມ່ນແນໃສ່ສ້າງທ່າໄດ້ປຽບໃນການແກ້ງແຍ້ງດ້ານການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ