ຄຸນນະພາບພົນລະເມືອງຫວຽດນາມໄດ້ຮັບການປັບປຸງໃນຫຼາຍດ້ານ

(VOVWORLD) -ລະດັບການເພີ່ມຂຶ້ນຂອງພົນລະເມືອງໄດ້ຮັບການຄວບຄຸມ, ປະຈຸບັນພົນລະເມືອງຫວຽດນາມ ມີ 96,2 ລ້ານຄົນ; ພົນລະເມືອງໃນເກນອາຍຸເຮັດວຽກໄດ້ເພີ່ມຂຶ້ນຢ່າງແຮງ

ຄຸນນະພາບພົນລະເມືອງຫວຽດນາມໄດ້ຮັບການປັບປຸງໃນຫຼາຍດ້ານ - ảnh 1ກອງປະຊຸມ

(ພາບ: VGP)

ຄຸນນະພາບພົນລະເມືອງຫວຽດນາມໄດ້ຮັບການປັບປຸງໃນຫຼາຍດ້ານ. ນີ້ແມ່ນຄຳຢືນຢັນຂອງບັນດາຜູ້ແທນທີ່ກອງປະຊຸມການສະໜອງຂໍ້ມູນຂ່າວສານໃຫ້ແກ່ບັນດານັກຂ່າວ, ພະນັກງານສື່ສານຂັ້ນແຂວງກ່ຽວກັບພົນລະເມືອງ ແລະ ການພັດທະນາ ໂດຍກົມໃຫຍ່ປະຊາກອນ - ການວາງແຜນຄອບຄົວ (ກະຊວງສາທາລະນະສຸກຫວຽດນາມ) ສົມທົບກັບສະມາຄົມນັກຂ່າວຫວຽດນາມ ຈັດຕັ້ງໃນວັນທີ 30 ທັນວາ, ຢູ່ນະຄອນ ໂຮ້ຍອານ, ແຂວງກວາງນາມ.

          ກົມສື່ສານການສຶກສາ (ກົມໃຫຍ່ປະຊາກອນ - ການວາງແຜນຄອບຄົວ, ກະຊວງສາທາລະນະສຸກ) ໃຫ້ຮູ້ວ່າ: ລະດັບການເພີ່ມຂຶ້ນຂອງພົນລະເມືອງໄດ້ຮັບການຄວບຄຸມ, ປະຈຸບັນພົນລະເມືອງຫວຽດນາມ ມີ 96,2 ລ້ານຄົນ; ພົນລະເມືອງໃນເກນອາຍຸເຮັດວຽກໄດ້ເພີ່ມຂຶ້ນຢ່າງແຮງ, ກ້າວເຂົ້າສູ່ໄລຍະ “ພົນລະເມືອງຄຳ” ນັບແຕ່ປີ 2007. ຄຸນນະພາບຂອງພົນລະເມືອງໄດ້ຮັບການປັບປຸງໃນຫຼາຍດ້ານ, ອາຍຸຍືນສະເລ່ຍແມ່ນ 73,6 ປີ, ສູງກວ່າຫຼາຍປະເທດທີ່ມີລາຍຮັບປານກາງຕໍ່ຫົວຄົນ. ພົນລະເມືອງໄດ້ມີການຈັດແບ່ງຢ່າງເໝາະສົມກວ່າ, ຕິດພັນກັບການຫັນເປັນຕົວເມືອງ, ຫັນເປັນອຸດສາຫະກຳ ແລະ ຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ…

          ທ່ານນາຍົກລັດຖະມົນຕີໄດ້ອະນຸມັດຜ່ານຍຸດທະສາດພົນລະເມືອງຫວຽດນາມ ຮອດປີ 2030 ເຊິ່ງໄດ້ວາງອອກເປົ້າໝາຍລວມແມ່ນ: ຮັກສາລະດັບການເກີດປ່ຽນແທນ, ນຳໃຊ້ໂຄງປະກອບພົນລະເມືອງຄຳຢ່າງມີປະສິດທິຜົນ, ຈັດແບ່ງພົນລະເມືອງໃຫ້ເໝາະສົມ ແລະ ຍົກສູງຄຸນນະພາບພົນລະເມືອງ, ປະກອບສ່ວນພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ