ຄົນເຈັບຕິດເຊຶ້ອEbolaຢູ່ອາເມລິກາຜູ້ທຳອິດຖືກເສຍຊີວິດ

ຄົນເຈັບຕິດເຊຶ້ອEbolaຢູ່ອາເມລິກາຜູ້ທຳອິດຖືກເສຍຊີວິດ - ảnh 1
ຄົນ ເຈັບ Thomas Eric Duncan, ຊາວ Liberia
(ພາບ: AP)

(vovworld) – ວັນ​ທີ 8/10, ໂຄ​ສົກ​ຂອງ​ໂຮມ​ໝໍ Dallas ຢູ່ ລັດ Texas, ປະ​ເທດ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ: ຄົນ​ເຈັບ​ຜູ້​ທຳ​ອິດ​ທີ່​ໄດ້​ຖືກກວດ​ພົບ​ຕິດ​ເຊຶ້ອ Ebola ຢູ່​ອາ​ເມ​ລິ​ກາ, Thomas Eric Duncan, ຖືກ​ເສຍ​ຊີ​ວິດ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ. ຄົນ​ເຈັບ​ຜູ້ນີ້​ແມ່​ນ​ຊາວ Liberia ໄດ້​ໄປ​ເຖິງ​​ລັດ Texas ໃນ​ວັນ​ທີ 20/9, ເພື່ອ​ຢ້ຽມ​ຢາມ​ຍາດ​ຕິ​ພີ່​ນ້ອງ, ໄດ້​ເຂົ້າ​ໂຮງ​ໝໍ​ໃນ​ວັນ​ທີ 28/9 ພາຍຫຼັງ​ໄດ້​ກ​ວດ​ພົບ​ເຫັນ​ອາ​ການ​ຕິດ​ເຊື້ອ Ebola. ວົງ​ການ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ຍັງ​ຕິດ​ຕາມກວດ​ກາ 100 ຄົນ​ອາດ​ຈະ​ຖືກ​ຕິດ​ເຊື້ອ Ebola ຍ້ອນ​ເຄີຍ​ສ​ຳ​ພັດ​ກັບ​ຄົນ​ເຈັບ​ຜູ້ນີ້. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ປະ​ຈຸ​ບັນ​, ບໍ່​ທັນ​ມີ​ຜູ້​ໃດ​ໃນ​ຈຳ​ນວນ​ຊາວ ອາ​ເມ​ລິ​ກາ 100 ຄົນດັ່ງ​ກ່າ​ວບໍ່​ທັນ​ໄດ້​ພົບ​ເຫັນ​ອາ​ກາດ​ຕິດ​ເຊື້ອ Ebola. ມາ​ຮອດ​ປະ​ຈຸ​ບັນ, ກໍ​ລະ​ນີ​ເສຍ​ຊີ​ວິດ​ຍ້ອນ​ໄວ​ຣັດ ອັນ​ຕະ​ລາຍນີ້​ໃນ​ທົ່ວ​ໂລກ​ໄດ້​ເກີນ​ຕົວ​ເລກ 3.400 ຄົນ​ໃນ​ຈຳ​ນວນ​ເກືອບ 7.500 ຄົນ​ຖືກ​ຕິດ​ພະ​ຍາດ.



ຂ່າວ/ບົດ​ອື່ນ