ຄູຝຶກບານເຕະ Park Hang Seo ພົບປະແລກປ່ຽນກັບນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ຝູ໊ເທາະ

(VOVWORLD) - ຕອນບ່າຍວັນທີ 09 ພຶດສະພາ, ລາຍການພົບປະແລກປ່ຽນລະຫວ່າງຄູຝຶກທິມບານເຕະ ຫວຽດນາມ Park Hang Seo ກັບນັກຮຽນຂອງນະຄອນ ຫວຽດຈີ່ ກ່ວາ 1.000 ຄົນ ໄດ້ດຳເນີນຢູ່ສະໜາມກິລາແຂວງ ຝູ໊ເທາະ. 

ເຫດການນີ້ ນອນໃນຂອບເຂດການເຄື່ອນໄຫວປອດກຳໄລທີ່ມີຊື່ວ່າ “ສ້າງຄວາມໄຝ່ຝັນ - Give a dream” ໂດຍຄູຝຶກ Park Hang Seo ປຸກລະດົມຢູ່ຫລາຍແຂວງ, ນະຄອນໃນທົ່ວປະເທດ ຫວຽດນາມ, ແນໃສ່ເປົ້າໝາຍສະໜອງອຸປະກອນ ແລະ ໜູນຊ່ວຍບັນດາເດັກນ້ອຍທີ່ດ້ອຍໂອກາດ ໄດ້ມີໂອກາດປະຕິບັດຄວາມໄຝ່ຝັນເມົາມົວຫຼົງໄຫຼບານເຕະ.

ຄູຝຶກບານເຕະ Park Hang Seo ພົບປະແລກປ່ຽນກັບນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ຝູ໊ເທາະ - ảnh 1 ຄູຝຶກບານເຕະ Park Hang Seo ພົບປະແລກປ່ຽນກັບນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ຝູ໊ເທາະ (ພາບ: TTXVN)

        ທີ່ລາຍການ, ຄູຝຶກ Park Hang Seo ພ້ອມດ້ວຍບັນດານັກອຸປະຖຳໄດ້ມອບຂອງຂວັນຫລາຍພູດດທີ່ມີຄວາມໝາຍໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ຕວຽນກວາງ ແລະ ຝູ໊ເທາະ; ມອບອຸປະກອນບານເຕະໃຫ້ແຂວງ ຝູ໊ເທາະ. ສິ້ນສຸດລາຍການ, ບັນດາພວກນ້ອງນ້ອຍ ແລະ ແຟນບານໄດ້ພົບປະແລກປ່ຽນ ແລະ ຖ່າຍຮູບເປັນທີ່ລະນຶກກັບຄູຝຶກ Park Hang Seo.

ຕອບກັບ

ຂ່າວ/ບົດ​ອື່ນ