ຄວນມຸ່ງໄປເຖິງການປ່ຽນແປງໃໝ່ການສຶກສາຢ່າງຮອບດ້ານ

 ຄວນມຸ່ງໄປເຖິງການປ່ຽນແປງໃໝ່ການສຶກສາຢ່າງຮອບດ້ານ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ ຫວູ໋​ດຶກ​ດາມ
(ພາບ: LeHieu)

(vovworld) – ​ກ່າ​ວ​ຄວາມ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 50 ​ປີ​ແຫ່ງວັນ​ສ້າງ​ຕັ້ງ​ ​ມະຫາ​ວິ​ທະ​ຍາ​ໄລ ເກີ່ນ​ເທີ (31/03/1966-31/03/2016), ໃນ​ຕອນ​ເຊົ້າ​ວັນ​ທີ 31/3, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ ຫວູ໋​ດຶກ​ດາມ ເນັ້ນ​ໜັກ​ຄວນ​​ໃຫ້​ບັນ​ດາ​ໂຮງ​ຮຽນ ກຸ້ມ​ຕົນ​ເອງ​​ດ້ານ​ວິ​ຊາ​ສະ​ເພາະ, ການຈັດ​ຕັ້ງ​ບຸກ​ຄະ​ລາ​ກອນ ແລະ ການ​ເງິນ​ຢ່າງ​ແທ້​ຈິງ, ຈາກນັ້ນ​ມຸ່ງ​ໄປ​ເຖິງພື້ນ​ຖານ​ການ​ສຶກ​ສາ​ມ​ະ​ຫາ​ວິ​ທະ​ຍາ​ໄລ​ ທີ່​ມີ​ຄຸນ​ນະ​ພາບ​, ມີການ​ປ່ຽນ​ແປງ​ໃໝ່​ຢ່າງ​ຮອບ​ດ້ານ. ບັນ​ດາ​ໂຮງ​ຮຽນ​​ຕ້ອງ​ປະ​ຕິ​ບັດ ວິ​ວັດ​ການນີ້​ ດ້ວ​ຍ​ຄ​ວາມ​ຕັດ​ສີນ​ໃຈ​ສູງ. ລັ​ດມີ​ບົດ​ບາດ​ເປັນ​ ອົງ​ການວາງ​ແຜນ​ຍຸດ​ທະ​ສາດ ​ລະ​ດັບມະ​ຫາ​ພາກ, ​ແຕ່​ທາງ​ໂຮງ​ຮຽນ​ກໍ່​​ຄວນກຳ​ນົດ​ວ່າ ການ​​ກຸ້ມ​ຕົນ​ເອງ​ຕ້ອງຕິດ​ພັນ​ກ​ັບຄວາມ​ຮັບ​ຜິດ​ຊອບ ອະ​ພິ​ປາຍ ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ສົ້ນ​ອອກ, ພ້ອມ​​ກັບກົນ​ໄກ​ຮັບ​ປະ​ກັນ​ໂອ​ກາດ​ ສຳ​ຜັດ​ກັບ​ການ​ສຶກ​ສາ ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ມີ​ຄຸນ​ນະ​ພາບ​ສູງ ຂອງ​ບັນ​ດາ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຜູ້​ທຸກ​ຍາກ.  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ ຫວູ໋​ດຶກ​ດາມ ຖື​ວ່າ: ​ທາງໂຮງ​ຮຽນ​​ຄວນເພີ່​ມ​ທະ​ວີ​ການຄຸ້ມ​ຄອງ​ຄຸນ​ນະ​ພາບ​ສົ້ນ​ອອກຕິດ​ພັນ​ກັບ​ການ​ຕີ​ລາ​ຄາ, ການຍອມ​ຮັບ​ຂອງ​ສັງ​ຄົມ, ​ຂອງ​ຜູ້​ນຳໃຊ້​ແຮງ​ງານ, ຄູ່​ຮ່ວມ​ມື​ສາ​ກົນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນຕີ ຫວູ໋​ດຶກ​ດາມ ສະ​ເໜີ​ມະ​ຫາ​ວິ​ທະ​ຍາ​ໄລ ເກີ່ນ​ເທີ ​ຕ້ອງ​ມີມາ​ດ​ຖານ​ລະ​ອຽດ ກ່ຽວ​ກັບການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ຄື​​ຈຳ​ນວນບັນ​ດາ​ກິດ​ຈະ​ກຳ ທີ່ປະ​ກາດ​ໃນ​ວາ​ລະ​ສານ​ວິ​ທະ​ນາ​ສາດທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ, ຈຳ​ນວນ​ຂໍ​້ລິ​ເລີ່ມ, ​ການປະ​ດິດສ້າງ, ປະ​ດິດ​ໃໝ່… ​ທີ່​ຮັບ​ໃຊ້​ໃຫ້​ວຽກ​ງານ​ຕີ​ລາ​ຄາ​ຄູ​ສອນ, ນັກ​ຮຽນ, ນີ້​ແມ່ນ​​ການ​ທ້າ​ທາຍ​ໃຫຍ່​ສຳ​ລັບ​​ມະ​ຫາ​ວິ​ທະ​ຍາ​ໄລ​ສ່ວນ​ຫຼາຍ​ຢູ່​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ