ຄວາມບໍ່ລົງລອຍກັນກ່ຽວກັບ ຈຸດໝາຍຫລຸດຜ່ອນ ໜີ້ສາທາລະນະຂອງເກຼກ

ຄວາມບໍ່ລົງລອຍກັນກ່ຽວກັບ ຈຸດໝາຍຫລຸດຜ່ອນ ໜີ້ສາທາລະນະຂອງເກຼກ - ảnh 1

ການ​ແຫ່​ຂະ​ບວນປະທ້ວງຢູ່​ເກຼກຄັດຄ້ານ​ນະ​ໂຍບາຍ​ຮັດ​ເຂັມຄັດ

(ພາບ:baotintuc.vn)

(VOV)- ​ໃນ​ຂະນະ​ທີ່​ເກຼກພວມ​ຕົກ​ເຂົ້າສູ່​ສະພາບ​ທີ່​ບໍ່​ສາມາດ​ຊຳລະ​ໜີ້​ສາທາລະນະ​ໄດ້​ນັ້ນ, ປະຈຸ​ບັນ, ບັນດາ​ຜູ້ນຳ​ກອງ​ທຶນ​ເງິນຕາ​ສາກົນ (IMF) ​ແລະ ພາກ​ພື້ນ​ໃຊ້​ສະກຸນ​ເງິນ​ເອີ​ໂຣ ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ຈຸດໝາຍ​ຕົ້ນຕໍ​​ໃນ​ລາຍການ​ກູ້​ຊ່ວຍ​ປະ​ເທດ​ນີ້, ການ​ສົມທົບ​ລະຫວ່າງ​ສະຫະພາບ​ເອີ​ລົບ (EU) ​ແລະ ກອງ​ທຶນ​ເງິນຕາ​ສາກົນ (IMF). ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ພາຍຫຼັງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນພາກ​ພື້ນ​ໃຊ້​ສະກຸນ​ເງິນ​ເອີ​ໂຣ ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 12/11, ຜູ້ນຳ​ໜ້າ​ກຸ່ມ​ບັນດາ​ລັດຖະມົນຕີ​ການ​ເງິນ​ພາກ​ພື້ນ, ທ່ານ Jean Claude Juncker ຖື​ວ່າ ຕ້ອງ​ຕໍ່​ກຳນົດ​ເວລາ​ຕື່ມ​ອີກ 2 ປີເພື່ອ​ໃຫ້​ເກຼກຕ້ອງ​ຕອບ​ສະໜອງ​ຈຸດໝາຍ​ຫລຸດ​ໜີ້​ສາທາລະນະ​ຂອງ​ປະ​ເທດ​ນີ້​ລົງ​ລະດັບ​ເທົ່າ​ກັບ 120% ຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP). ​ແລະ ກໍ່​ໃນ​ການ​ປະຊຸມ​ຂ່າວ​ງດັ່ງກ່າວ, ທ່ານນາງ  Christine Lagarde ຜູ້ອຳນວຍການ​ໃຫ່ຍກອງ​ທຶນ​ເງິນຕາ​ສາກົນ (IMF) ປະກາດ​ວ່າ​ອານ​ແທນ​ຍັງ​ຕ້ອງ​ຕອບ​ສະໜອງ​ຈຸດໝາຍ​ຫລຸດຜ່ອນ​ໜີ້​ສາທາລະນະ​ໃນ​ປີ 2020 ​ແລະ ​ເນັ້ນໜັກ​ວ່າ: ສິ່ງ​ມີ​ຄວາມ​ໝາຍ​ສຳລັບກອງ​ທຶນ​ເງິນຕາ​ສາກົນ (IMF) ​ແມ່ນໜີ້​ສາທາລະນະຂອງ​ເກຼກ ຕ້ອງ​ໄດ້​ຮັບ​ການ​ຄວບ​ຄຸມ​ໃນ​ລະດັບ​ເໝາະ​ສົມ​ກັບ​ສະພາບ​ການ​ໃນ​ໄລຍະ​ຍາວ​ນນານ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈະ​ສືບ​ຕໍ່​ເຮັດ​ວຽກ​ເພື່ອ​​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ນີ້.

 

 

 

 

 

ຂ່າວ/ບົດ​ອື່ນ