ຄວາມປະທັບໃຈໃນລາຍການສະແດງສິລະປະ “ສີສັນຫວຽດນາມ” ຢູ່ນອກແວ

ຄວາມປະທັບໃຈໃນລາຍການສະແດງສິລະປະ “ສີສັນຫວຽດນາມ” ຢູ່ນອກແວ - ảnh 1
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ,
ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ ເລ​ແຄ໋ງຫາຍ
(ພາບ: baotintuc.vn)

(vovworld) - ​​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່​ອງ​ທ່ຽວ​ ຫາ​ກໍ​່ສົມ​ທ​ົບ​ກັບ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ນອກ​ແວ ຈັດ​ຕັ້ງ​ລາຍ​ການ​ສະ​ແດງ​ສິ​ລະ​ປະ ແລະ ງານ​ວາງ​ສະ​ແ​ດງ​​ຮູບ​ການທີ່​ມີ​ຊື່​ວ່າ “ສີ​ສັນ​ຫວຽດ​ນາມ” ຢູ່​ນະ​ຄອນ​ຫວງ Oslo, ປະ​ເທດນອກ​ແວ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 71 ປີ​ແຫ່ງວັນ​ຊາດ​ຫວຽດ​ນາມ ແລະ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ຫວຽດ​ນາມ - ນອກ​ແວ. ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ ເລ​ແຄ໋ງຫາຍ ເນັ້ນ​ໜັກ​ວ່າ, ຜ່ານ​ໄລ​ຍະກວ່າ 4 ທົ​ດ​ສະ​ວັດ​ແຫ່ງ​ການ​ຮ່ວມມ​ື, ລັດ​ຖະ​ບານ, ປະ​ຊາ​ຊົນ 2 ປະ​ເທດ​ຫວຽດ​ນາມ ແລະ ນອກ​ແວ ໄດ້​ມາ​ນະ​ພະ​ຍາ​ຍາມເພີ່ມ​ພູນ​ຄູນ​ສ້າງ​​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດຢ່າງບໍ່​ຢຸ​ດຢັ້ງ. ທີ່​ພິ​ທີ, ບັນ​ດາ​ເພື່ອນ​ມິດນອກ​ແວ ແລະ ສາ​ກົນ ກໍ​ຄື​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ລ້ວນ​ແຕ່​ສະ​ແ​ດງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່ລາຍ​ການ “ສີ​ສັນ​ຫວຽດ​ນາມ”. ມີ​ແຂກ​ຖືກ​ເຊີນເຊິ່ງ​ລວມ​ມີ​ບັນ​ດາຜູ້​ຕາງ​ໜ​້າ​ອົງ​ການ​ຈັດ​ຕັ້ງ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ, ວິ​ສາ​ຫະ​ກິດ ແລະ ເພື່ອນ​ມິດນອກ​ແວ, ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ… ປະ​ມານ 300 ຄົນ​ເຂົ້າ​ຮ່ວມ​ເຫດ​ການນີ້.

ຂ່າວ/ບົດ​ອື່ນ