ຄວາມພຶງພໍໃຈຂອງປະຊາຊົນຕໍ່ການຮັບໃຊ້ຂອງອົງການອຳນາດການປົກຄອງ

ຄວາມພຶງພໍໃຈຂອງປະຊາຊົນຕໍ່ການຮັບໃຊ້ຂອງອົງການອຳນາດການປົກຄອງ - ảnh 1
ທ່ານ​ຫງວຽນ​ທ້ຽນ​ເຍີນ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
(ພາບ: VGP)

(vovworld)- ​​ຕອນ​ເຊົ້າ​ວັນ​ທີ 14/3 ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມສົມ​ທົບ​ກັບ​ກະ​ຊວງ​ພາຍ​ໃນ ແລະ ສູນ​ກາງ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຕີ​ລາ​ຄາ​ການ​ຜັນ​ຂະ​ແຫຍາຍ​ວັດ​ແທກ, ຄວາມ​ພຶງ​ພໍ​ໃຈ​ຂອງ​ປະ​ຊາ​ຊົນ, ອົງ​ການ​ຈັດ​ຕັ້ງ​ຕໍ່​ການ​ຮັບ​ໃຊ້​ຂອງ​ອົງ​ການ​ບໍ​ລິ​ຫານ​ລັດ. ໃນ​ໄລ​ຍະ 2 ປີ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ ໄດ້​ຜັນ​ຂະ​ຫຍາຍ​ການ​ຕີ​ລາ​ຄາ​ຄວາມ​ພຶງ​ພໍ​ໃຈ​ຂອງ​ປະ​ຊາ​ຊົນ, ອົງ​ການ​ຈັດ​ຕັ້ງ​ຕໍ່​ອົງ​ການ​ບໍ​ລິ​ຫານ​ຂອງ​ຂັ້​ນ​ຕາ​ແສງ, ຂັ້ນ​ແຂວງ. ຕາມນັ້​ນ​ແລ້ວ, ບັນ​ດາ​ດັດ​ຊະ​ນີ​ຄວາມ​ພຶງ​ພໍ​ໃຈ​ຂອງ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ບັນ​ລຸ​ປະ​ມານ 70-90%. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເນັ້ນ​ຫນັກ​ວ່າ:

        “ປະ​ຊາ​ຊົນ​ແມ່ນ​ຜູ້​ເລືອກ​ຕັ້ງ​ລະ​ບົບ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ. ແມ່ນ​ຜູ້​ມີ​ສິດ​ໄດ້​ຊົມ​ໃຊ້​ບັນ​ດາ​ບໍ​ລິ​ການ​ຊື່ງ​ລະ​ບົບ​ອຳ​ນາດ​ການ​ປົກ​ຄອງ​ຕາມ​ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ນຳ​ມາ​ໃຫ້​ປະ​ຊາ​ຊົນ ແລະ ກໍ​ແມ່ນ​ຜູ້​ປະ​ຕິ​ບັດ​ການ​ຕິດ​ຕາມກວດ​ກາ​ອົງ​ການ​ລັດ. ລັດ​ຖະ​ບານ​ແຕ່​ອາ​ຍຸ​ການ 2011- 2015 ມາ​ຮອດ​ປະ​ຈຸ​ບັນ ຍາມ​ໃດ​ກໍ​ຖື​ຄວາມ​ພຶງ​ພໍ​ໃຈ​ຂອງ​ປະ​ຊາ​ຊົນ​ສຳ​ລັບ​ການ​ຮັບ​ໃຊ້​ຂອງ​ອົງ​ການ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ແມ່ນ​ໄມ້​ວັດ​ແທກ​ສຳ​ຄັນ​ສຳ​ລັບ​ການ​ປະ​ຕິ​ຮູບ​ບໍ​ລິ​ຫານ​ຕໍ່​ອົງ​ການ​ລັດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ທ້ອງ​ຖິ່ນ ແລະ ສູນ​ກາງ”


ຂ່າວ/ບົດ​ອື່ນ