ຄວາມມານະພະຍາຍາມ ສ້າງການພົວພັນໃໝ່ກັບ ອີຢີບ ຂອງອາເມລິກາ

ຄວາມມານະພະຍາຍາມ ສ້າງການພົວພັນໃໝ່ກັບ ອີຢີບ ຂອງອາເມລິກາ  - ảnh 1
ທ່ານ​ນາງ Hillary Clinton ແລະ ປະທານາທິບໍດີອີ​ຢີບ Mohamed Morsy
( ພາບ: en.ria.ru )


(vovworld) - ວັນ​ທີ 14/7, ທ່ານ​ນາງລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ  Hillary Clinton ​ໄດ້​ໄປ​ຢ້ຽມຢາມ ອີ​ຢີບ ​ແລະ ມີ​ການ​ພົບ​ປະ​ກັບ​ປະທານາທິບໍດີອີ​ຢີບ Mohamed Morsy.  ການ​ຢ້ຽມຢາມ​ຂອງ​ທ່ານ​ນາງHillary Clinton ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ທີ່​ອາ​ເມ​ລິ​ກາ​ພວມ​ມານະ​ພະ​ຍາ​ຍາມ​ສ້າງ​ການ​ພົວພັນ​ໃໝ່​ກັບ​ອີ​ຢີບ. ​ໃນ​ຖະ​ແຫຼ​ງການ​ທີ່​ຍົກ​ອອກ​ມາ​ພາຍຫຼັງ​ການ​ພົບ​ປະ​ກັບປະທານາທິບໍດີອີ​ຢີບ Mohamed Morsy, ທ່ານ​ນາງລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ  Hillary Clinton ຢັ້ງຢືນ​ວ່າ ອາ​ເມ​ລິ​ກາ​ຈະ​ໜູນ​ຊ່ວຍ​ວິວັດ​ການ​ມອບ​ໂອນ​ພົນລະ​ເຮືອນ​ຢ່າງ​ຄົບ​ຖ້ວນໃຫ້​ແກ່ອີ​ຢີບ. ​ເພື່ອ​ແນ​ໃສ່​ປັບປຸງ​ສາຍ​ພົວພັນ​ກັບ​ອີ​ຢີບ​ໃນ​ລະບອບ​ໃໝ່, ທ່ານ​ນາງລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ  Hillary Clinton ກໍ່​ໄດ້​ໝັ້ນ​ໝາຍ​ຈະ​ໜູນ​ຊ່ວຍ​ເງິນ​ນັບ​ລ້ານ USD ​ໃຫ້​ແກ່​ບັນດາ​ກອງ​ທຶນ​ເອກະ​ຊົນ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ. ດ້ວຍ​ບັນດາ​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ​ທີ່​ໄດ້​ຍົກ​ອອກ​ມາ​ນັ້ນ, ການ​ຢ້ຽມຢາມ​ອີ​ຢີບຄັ້ງ​ນີ້​ຂອງທ່ານ​ນາງລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ  Hillary Clinton ​ໄດ້​ຮັບ​ຖື​ວ່າ ​ເພື່ອ​ແນ​ໃສ່​ສ້າງ​ການ​ພົວພັນ​ໃໝ່​ກັບ​ອີ​ຢີບ ​ແລະ ປັບປຸງ​ຜົນ​ສະທ້ອນ​ຂອງ​ອາ​ເມ​ລິ​ກາ​ ​ໃນ​ພາກ​ພື້ນ​, ພາຍຫຼັງ​ທີ່ມີ​ການ​ປ່ຽນ​ໃໝ່​ຢ່າງ​ໃຫຍ່​ຫຼວງກ່ຽວ​ກັບ​ສະຖານະ​ການ​ດ້ານ​ການ​ເມືອງ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້.

ຂ່າວ/ບົດ​ອື່ນ