ຄວາມ​ສາ​ມັກ​ຄີ, ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ແມ່ນ ມໍ​ລະ​ດົກ​ອັນລ້ຳ​ຄ່າ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ

(VOVWORLD) -ໃນຊຸມປິີມໍ່ໆມານີ້, ການພົວພັນດ້ານການເມືອງສອງຝ່າຍໄດ້ຮັບການປັບປຸງ ແລະ ຍົກສູງຢ່າງບໍ່ຢຸດຢັ້ງ, ຈາກ “ການພົວພັນມິດຕະພາບທີ່ເປັນມູນເຊື້ອ” ກາຍເປັນ “ການພົວພັນມິດຕະພາບອັນຍິ່ງໃຫຍ່” ນັບແຕ່ເດືອນກຸມພາ ປີ 2019, ສືບຕໍ່ຊ່ວຍກຳນົດທິດໃຫ້ແກ່ບັນດາຂົງເຂດການຮ່ວມມືຕ່າງໆ.
ຄວາມ​ສາ​ມັກ​ຄີ, ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ແມ່ນ ມໍ​ລະ​ດົກ​ອັນລ້ຳ​ຄ່າ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ - ảnh 1ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ຫວຽດນາມ, ແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນ ຮ່າໂນ້ຍ ໄດ້ສົມທົບກັນຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (05/09/1962 – 05/09/2022), ວັນເຊັນສົນທິສັນຍາມິດຕະພາບ ຫວຽດນາມ - ລາວ ຄົບຮອບ 45 ປີ (18/07/1977 – 18/07/2022) ຂຶ້ນຢ່າງສົມກຽດ ໂດຍມີການເຂົ້າຮ່ວມຂອງການນຳຂັ້ນສູງ 2 ປະເທດ. ຝ່າຍ ຫວຽດນາມ ມີທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ; ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ. ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ລາວ ໂດຍທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດ ລາວ, ທ່ານຮອງປະທານປະເທດ ແຫ່ງ ສປປ. ລາວ ເປັນຫົວໜ້າຄະນະ.

ອ່ານສູນທອນພົດທີ່ພິທີ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເນັ້ນໜັກວ່າ, ວັນທີ 5 ກັນຍາ 1962, ລັດຖະບານສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ, ເຊິ່ງໄດ້ສະແດງໃຫ້ເຫັນການສືບທອດຢ່າງຕໍ່ເນື່ອງ ຂອງການຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ ກໍຄື ນ້ຳໃຈຄວາມສາມັກຄີ, ການອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງຊາດໃນທຸກແນວໂຮມການທະຫານ ແລະ  ການຕ່າງປະເທດ, ສ້າງຂີດໝາຍສຳຄັນເຂົ້າໃນປະຫວັດສາດລະຫວ່າງ ຫວຽດນາມ - ລາວ ໃນຍຸກທັນສະໄໝ. ກວ່າໜຶ່ງທົດສະວັດຜ່ານມາ, ກອງທັບ ແລະ ປະຊາຊົນສອງປະເທດສືບຕໍ່ຮຽງບ່າຮຽງໄຫຼ່, ພ້ອມກັນຕໍ່ສູ້ຢ່າງອົງອາດກ້າຫານ ແລະ ຍາດໄດ້ບັນດາໄຊຊະນະຢ່າງສະຫງ່າງາມໃນການປະຕິວັດຂອງແຕ່ລະປະເທດ ເມື່ອປີ 1975. ໂດຍເລີ່ມມາຈາກຄວາມຕ້ອງການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ ແລະ ຈຳເປັນໃນສະພາບການໃໝ່, ວັນທີ 18 ກໍລະກົດ 1977, ຫວຽດນາມ ແລະ ລາວ ໄດ້ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື. ໃນຕະຫຼອດ 45 ປີ ຜ່ານມາ, ສົນທິສັນຍາສະບັບນີ້ໄດ້ກາຍເປັນຊັບສົມບັດອັນລ້ຳຄ່າ ແລະ ມີຄວາມໝາຍສຳຄັນຍິ່ງ, ເປັນພື້ນຖານທາງດ້ານນິຕິກຳທີ່ໜັກແໜ້ນ ເພື່ອໃຫ້ສອງປະເທດເປີດກວ້າງການພົວພັນໄມຕີຈິດມິດຕະພາບ ແລະ ການຮ່ວມມືຮອບດ້ານຢ່າງບໍ່ຢຸດຢັ້ງ.

ຫວນຄືນເສັ້ນທາງປະຫວັດສາດທີ່ສະຫງ່າອົງອາດ ເຊິ່ງສອງຊາດໄດ້ພ້ອມກັນຜ່ານຜ່າ, ພວກເຮົາລ້ວນແຕ່ມີສິດເອກອ້າງທະນົງໃຈ ກ່ຽວກັບສາຍພົວພັນທີ່ເປັນແບບຢ່າງ, ບໍລິສຸດຜຸດຜ່ອງທີ່ສຸດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ. ສາຍພົວພັນແບບພິເສດ ຫວຽດນາມ - ລາວ ໂດຍບັນດາການນຳຜູ້ຍິ່ງໃຫຍ່ ນັ້ນແມ່ນທ່ານປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກໄດ້ສ້າງພື້ນຖານ; ກໍ່ຕັ້ງ, ຖະນຸຖະໜອມດ້ວຍເລືອດເນື້ອເຫື່ອໄຄຂອງນັກຮົບ, ປະຊາຊົນສອງປະເທດບໍ່ຈັກວ່າເທົ່າໃດລຸ່ນຄົນ; ກາຍເປັນມໍລະດົກອັນລ້ຳຄ່າຢ່າງແທ້ຈິງ, ເປັນສາຍພົວພັນແບບມີໜຶ່ງບໍ່ມີສອງໃນປະຫວັດສາດໂລກ.

ຄວາມ​ສາ​ມັກ​ຄີ, ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ແມ່ນ ມໍ​ລະ​ດົກ​ອັນລ້ຳ​ຄ່າ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ - ảnh 2ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ໃນຊຸມປິີມໍ່ໆມານີ້, ການພົວພັນດ້ານການເມືອງສອງຝ່າຍໄດ້ຮັບການປັບປຸງ ແລະ ຍົກສູງຢ່າງບໍ່ຢຸດຢັ້ງ, ຈາກ “ການພົວພັນມິດຕະພາບທີ່ເປັນມູນເຊື້ອ” ກາຍເປັນ “ການພົວພັນມິດຕະພາບອັນຍິ່ງໃຫຍ່” ນັບແຕ່ເດືອນກຸມພາ ປີ 2019, ສືບຕໍ່ຊ່ວຍກຳນົດທິດໃຫ້ແກ່ບັນດາຂົງເຂດການຮ່ວມມືຕ່າງໆ. ໃນສະພາບທີ່ສະພາບການໂລກ ແລະ ພາກພື້ນ ພວມມີການຜັນແປຢ່າງໄວວາ, ສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຫວັງວ່າ:

ສອງພັກ, ສອງລັດ ແລະ ປະຊົນສອງປະເທດຍິ່ງຕ້ອງສາມັກຄີ, ສະໜິດຕິດພັນ, ເພີ່ມທະວີການຮ່ວມມື ກ່ວາອີກ ເພື່ອພ້ອມກັນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສືບຕໍ່ຢຶດໝັ້ນກັບເປົ້າໝາຍເອກະລາດຊົນຊາດ ແລະ ສັງຄົມນິຍົມ, ພ້ອມກັນເຮັດວຽກຈົດສຸດຄວາມສາມາດຂອງຕົນ ເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະໜັບສະໜູນຢ່າງແຮງ, ຮອບດ້ານວິວັດການປ່ຽນແປງໃໝ່ຂອງລາວ, ພ້ອມທັງຖືເປັນສຳຄັນ ແລະ ສະງວນບຸລິມະສິດແຖວໜ້າໃຫ້ແກ່ການພົວພັນພິເສດທັງເປັນສະຫາ, ທັງເປັນອ້າຍນອງກັນລະຫວ່າງສອງພັກ, ສອງລັດເຮົາ.

 ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຄວາມຮູ້ບຸນຄຸນ ຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງທີ່ໄດ້ສະຫງວນການຊ່ວຍເຫຼືອອັນລ້ຳຄ່າ, ທັນການ, ມີປະສິດທິຜົນ, ປະສິດທິພາບ ໃນວິວັດການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ກໍ່ຄືໃນວິວັດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດລາວ ໃນປັດຈຸບັນ. ທ່ານໃຫ້ຮູ້ວ່າ:

ພັກ, ລັດ ແລະ ປະຊາຊົນລາວ ພວກຂ້າພະເຈົ້າ ຍາມໃດກໍ່ຢຶດໝັ້ນ ແລະ ຖືເປັນຄວາມຮັບຜິດຊອບຂອງຕົນໃນການເສີມຂະຫຍາຍມູນເຊື້ອແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງລາວ ຫວຽດນາມ ທີ່ໄດ້ຜ່ານການທົດສອບ ແລະ ເພີ່ມພູນຄູນສ້າງ ດ້ວຍເລືອດເນື້ອເຫື່ອໄຄ ຂອງບັນດານັກຮົບວິລະຊົນ ກໍ່ຄືປະຊາຊົນລາວ ແລະ ປະຊາຊົນ ຫວຽດນາມ ຫຼາຍລຸ່ຄົນນັ້ນ ໃຫ້ຍືນຍົງຄົງຕົວໄປຈົນເທົ່າກາລະນານ, ນຳເອົາຜົນປະໂຫຍດທີ່ແທດຈິງ ແລະ ສູງສຸດມາສູ່ປະຊາຊົນສອງຊາດ.

ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ມີຄວາມເຊື່ອໝັ້ນວ່າ ບັນດາລາຍການ ແລະ ການເຄື່ອນໄຫວໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ ຈະແມ່ນບາດລ້ຽວສຳຄັນ ເພື່ອເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງພັດ ແລະ ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ