ຄວາມສາມາດບົ່ມຊ້ອນການຮ່ວມມືເຕັກໂນໂລຢີຂໍ້ມູນຂ່າວສື່ສານຫວຽດນາມ-ສະໂລວາເກຍຍັງຫລາຍຢູ່

ຄວາມສາມາດບົ່ມຊ້ອນການຮ່ວມມືເຕັກໂນໂລຢີຂໍ້ມູນຂ່າວສື່ສານຫວຽດນາມ-ສະໂລວາເກຍຍັງຫລາຍຢູ່ - ảnh 1
ທ່ານ ​ເຈືອງ​ມີ​ງ ຕ໋ວນ ​ແລະ ທ່ານ Peter Pellegrini
(ພາບ: ດີງຮ໋ວາ)

(vovworld) - ວັນ​ທີ 30/11, ຢູ່​ນະຄອນຫລວງ Bratixlava ສະ​ໂລ​ວາ​ເກ​ຍ, ທ່ານ ​ເຈືອງ​ມີ​ງ ຕ໋ວນ ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ - ສື່ສານ ຫວຽດນາມ ​ແລະ ທ່ານ Peter Pellegrini ຮອງ​ນາຍົກລັດຖະມົນຕີ​ຮັບຜິດຊອບ​ການ​ລົງທຶນ ​ແລະ ​ໄອ​ທີ ສະ​ໂລ​ວາ​ເກ​ຍ ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ - ສື່​ສານ (ICT), ​ເປີດ​​​ແງ່​ຫວັງ​ການຮ່ວມ​ມື​ລະອຽດຫລາຍ​ຢ່າງ​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ນີ້. 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ພັດທະນາ​​ແຫຼ່ງຊັບພະຍາກອນ​ມະນຸດ, ຈັດ​ຕັ້ງ​ບັນດາ​ລາຍການ​ກໍ່ສ້າ​ງ ​ແລະ ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າ​ວສານ​ຂອງ​ກັນ. ບັນດາ​ຂົງ​ເຂດ​ໄດ້​ຮັບ​ການ​ສົ່ງ​ເສີມ​ຮ່ວມ​ມື​ລວມມີ: ນະ​ໂຍບາຍ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ​ສານ ​ແລະ ສື່​ສານ, ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ​ສານ ​ແລະ ສື່​ສານ​ເຂົ້າ​​ໃນ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ, ຄວາມ​ປອດ​​ໄພ​ທາງ​ອິນ​ເຕີ​ແນັດ, ການພັດທະນາ​ເຕັກ​ໂນ​ໂລ​ຢີຮາດ​ແວແລະ ຊອບ​ແວ, ດີ​ຈີ​ຕອນ, ພື້ນຖານ​ໂຄງ​ລ່າງ​ກະຈາຍຄື້ນ... 2 ຝ່າຍ​ຈະ​ປະຕິບັດ​ການ​ຮ່ວມ​ມື​ໂດຍ​ຜ່ານ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ຈັດ​ຕັ້ງ​ບັນດາ​ງານ​ວາງສະ​ແດງ, ຊຸດບຳລຸງ​ສ້າງ, ກອງ​ປະຊຸມ​ສຳ​ມະ​ນາ, ​ເວທີ​ປາ​ໄສ, ກໍ່​ຄື​ການປະສານ​ງານ, ການປະຕິບັດ​ບັນດາ​ໂຄງການ​ຮ່ວມ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ.

ຂ່າວ/ບົດ​ອື່ນ