ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ຮ່ວມ​ມື​​ໃນຫຼາຍ​ຂົງ​ເຂດລະ​ຫວ່າງ ຫວຽດ​ນາມ ແລະ ອານ​ເຊ​ຣີ

(VOVWORLD) - ເວທີປາໄສວິສາຫະກິດ ຫວຽດນາມ - ອານເຊຣີ ໄດ້ດຳເນີນໃນຕອນບ່າຍວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງກໍ່ສ້າງ ຫງວຽນແທັງງິ ແລະ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຜະລິດຜະລິດຕະພັນການຢາ ອາຊີຣີ Ali Aoun.  ນີ້ແມ່ນການເຄື່ອນໄຫວສຳຄັນໃນຂອບເຂດກອງປະຊຸມຄັ້ງທີ 12 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອານເຊຣີ.
ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ຮ່ວມ​ມື​​ໃນຫຼາຍ​ຂົງ​ເຂດລະ​ຫວ່າງ ຫວຽດ​ນາມ ແລະ ອານ​ເຊ​ຣີ - ảnh 1ເວທີປາໄສ (ພາບ: hanoimoi.vn)

ໃນເວທີປາໄສ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ໄດ້ດຳເນີນການປະຕິຮູບລະບຽບການບໍລິຫານ, ຫັນບັນດາເງື່ອນໄຂລົງທຶນດຳເນີນທຸລະກິດເປັນງ່າຍດາຍ, ແກ້ໄຂລະບຽບການບໍລິຫານຜ່ານກົນໄກປະຕູດຽວ, ປະຕູເຊື່ອມຕໍ່ ແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມການລົງທຶນ. ໄປຄຽງຄູ່ກັນນັ້ນ, ລັດຖະບານກໍໄດ້ປະກາດໃຊ້ບັນດານະໂຍບາຍສົ່ງເສີມ, ດຶງດູດເງິນລົງທຶນຕ່າງປະເທດ (FDI) ໃຫ້ແກ່ຂະແໜງສົ່ງອອກ, ຊຸກຍູ້ການເຕີບໂຕສີຂຽວ, ການນຳຂົ້າ-ສົ່ງອອກແບບຍືນຍົງ; ພັດທະນາການຜະລິດຕິດພັນກັບການສົ່ງອອກ, ສົ່ງເສີມການຄ້າ, ໜູນຊ່ວຍວິສາຫະກິດຜ່ານຜ່າສິ່ງກີດຂວາງ…

        ສ່ວນທ່ານລັດຖະມົນຕີ Ali Aoun ໃຫ້ຮູ້ວ່າ ປັດຈຸບັນ, ອານເຊຣີ ໄດ້ມີຫຼາຍນະໂຍບາຍສົ່ງເສີມໃຫ້ແກ່ຂະແໜງອຸດສາຫະກຳ, ການຂຸດຄົ້ນແຮ່ທາດ, ການປຸງແຕ່ງຜະລິດຕະພັນກະເສດ, ການທ່ອງທ່ຽວ, ພະລັງງານທົດແທນ, ເຮືອນຢູ່, ພື້ນຖານໂຄງລ່າງ… ໄປຄຽງຄູ່ກັນນັ້ນ, ອານເຊຣີ ກໍໄດ້ດຳເນີນການປະຕິຮູບກົນໄກ, ປົວແປງສະພາບແວດລ້ອມດຳເນີນທຸລະກິດ, ສ້າງ ແລະ ປະກາດໃຊ້ປະມວນກົດໝາຍໃໝ່ກ່ຽວກັບການລົງທຶນ… ໃນໄລຍະຈະມາເຖິງ, ອານເຊຣີ ກໍຈະພັດທະນາບັນດາຂົງເຂດບຸລິມະສິດທີ່ນຳມາເຊິ່ງມູນຄ່າສ່ວນເກີນສູງ…

        ໃນວັນດຽວກັນ, ຢູ່ສຳນັກງານກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ໃຫ້ການຕ້ອນຮັບທ່ານ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ຜະລິດຜະລິດຕະພັນການຢາ ອານເຊຣີ Ali Aoun. ໃນການຕ້ອນຮັບ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ເນັ້ນໜັກວ່າ ປັດຈຸບັນ, ອານເຊຣີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 2 ຂອງ ຫວຽດນາມ ຢູ່ພາກພື້ນ ອາຟະລິກາເໜືອ ແລະ ສອງປະເທດ ຍັງມີຫຼາຍກຳລັງບົ່ມຊ້ອນເພື່ອຍູ້ແຮງດ້ານການຄ້າສອງຝ່າຍ ກໍຄື ການຮ່ວມມືໃນບັນດາຂົງເຂດອື່ນ ເປັນຕົ້ນແມ່ນ ອຸດສາຫະກຳ, ນ້ຳມັນອາຍແກັດ ແລະ ພະລັງງານ.

ຕອບກັບ

ຂ່າວ/ບົດ​ອື່ນ