ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ສົ່ງ​ອອກ​ເຂົ້າ​ສານ​ໄປ​ຍັງ​ສະ​ຫະ​ພາບ​ເອີ​ລ​ົບ ຍັງ​ໃຫຍ່ຫຼວງ​ຢູ່

(VOVWORLD) -ສິນຄ້າປະເພດເຂົ້າສານຂອງຫວຽດນາມຍັງມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງໃນການສົ່ງອອກໄປຍັງສະຫະພາບເອີລົບ (EU) ເມື່ອໂຄຕາໄດ້ຮັບການເປີດກ້ວາງ. 
ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ສົ່ງ​ອອກ​ເຂົ້າ​ສານ​ໄປ​ຍັງ​ສະ​ຫະ​ພາບ​ເອີ​ລ​ົບ ຍັງ​ໃຫຍ່ຫຼວງ​ຢູ່ - ảnh 1 ທ່ານ ຫງວຽນຍືເກື່ອງ, ຫົວໜ້າກົມປູກຝັງ, ຂຶ້ນກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ (ພາບ: VGP) 

ກ່າວຄຳເຫັນທີ່ການແລກປ່ຽນຂໍ້ມູນກັບບາງອົງການສຳນັກຂ່າວສານສື່ມວນຊົນໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 8 ກັນຍາຢູ່ຮ່າໂນ້ຍ, ທ່ານ ຫງວຽນຍືເກື່ອງ, ຫົວໜ້າກົມປູກຝັງ, ຂຶ້ນກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດໃຫ້ຮູ້ວ່າ: ຕາມສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ - EVFTA, ຈຳນວນເຂົ້າສານສົ່ງອອກໄປຍັງ EU ໄດ້ຮັບໂຄຕາບຸລິມະສິດດ້ານພາສີ. ຖ້າຫາກວ່າ ປະຕິບັດບັນດາຂໍ້ກຳນົດຂອງ EU ໄດ້ເປັນຢ່າງດີ ຈະປະກອບສ່ວນຍົກສູງປະສິດທິພາບຂອງການຜະລິດເຂົ້າສານຂອງຫວຽດນາມ, ຢັ້ງຢືນໄດ້ເຄື່ອງໝາຍເຂົ້າສານຫວຽດນາມ ໃນຕະຫຼາດເຄັ່ງຄັດກັບຄຸນນະພາບສິນຄ້າຄື EU ເວົ້າສະເພາ ແລະ ທົ່ວໂລກເວົ້າລວມ. ປີ 2019, ຈຳນວນເຂົ້າສານ ຫວຽດນາມ ສົ່ງອອກໄປຍັງ ສະຫະພາບເອີລົບ ບັນລຸໄດ້ປະມານ 50 ພັນໂຕນ, ດ້ວຍມູນຄ່າສົ່ງອອກແມ່ນ 28,5 ລ້ານ ເອີເຣີ.

ຕອບກັບ

ຂ່າວ/ບົດ​ອື່ນ