ຄວາມເຄັ່ງຕຶງດ້ານການຄ້ານາບຂູ່ ເຮັດໃຫ້ຕະຫຼາດຫຼັກຊັບຊຸດໂຊມລົງ
(VOVWORLD) - ໃນບົດຂຽນທີ່ໄດ້ເອົາລົງໃນ blog, IMF ສະເໜີແນະບັນດາອົງການການເງິນຄວນຮັກສາຈຳນວນທຶນທີ່ພຽງພໍ ແລະ ການຊຳລະເພື່ອອາດສາມາດຮັບມືກັບບັນດາຜົນເສຍຫາຍທີ່ຊ້ອມແຝງຈາກບັນດາຄວາມສ່ຽງດ້ານພູມີສາດການເມືອງ.
ພາບປະກອບ: THX/TTXVN |
ຄວາມເຄັ່ງຕຶງດ້ານການຄ້ານາບຂູ່ ເຮັດໃຫ້ຕະຫຼາດຫຼັກຊັບຊຸດໂຊມລົງຢ່າງຮ້າຍແຮງ ສິ່ງນີ້ໂດຍກອງທຶນເງິນຕາສາກົນ (IMF) ເນັ້ນໜັກໃນບົດລາຍງານປະກາດອອກໃນວັນທີ 14 ເມສາ. ຕາມນັ້ນແລ້ວ, IMF ກ່າວເຕືອນວ່າ ບັນດາການຜັນປ່ຽນໂດຍເຫດການພູມີສາດການເມືອງອາດສາມາດນາບຂູ່ຢ່າງຮ້າຍແຮງເຖິງສະຖຽນລະພາບຂອງລະບົບການເງິນທົ່ວໂລກ. IMF ກໍ່ໃສ່ໃຈວ່າການຂາດສະຖຽນລະພາບເສດຖະກິດໃນປັດຈຸບັນພວມເຮັດໃຫ້ເພີ່ມຄວາມສ່ຽງການຫຼຸບທຶນຢ່າງກະທັນຫັນໃນ ບັນຊີລາຍຊື່ຊຸດໂຄງການລົງທຶນຈາກນັ້ນເຮັດໃຫ້ເພີ່ມກໍລະນີ ຕະຫຼາດຫຼັກຊັບຊຸດໂຊມລົງເປັນຈຳນວນຫຼາຍ. ໃນບົດຂຽນທີ່ໄດ້ເອົາລົງໃນ blog, IMF ສະເໜີແນະບັນດາອົງການການເງິນຄວນຮັກສາຈຳນວນທຶນທີ່ພຽງພໍ ແລະ ການຊຳລະເພື່ອອາດສາມາດຮັບມືກັບບັນດາຜົນເສຍຫາຍທີ່ຊ້ອມແຝງຈາກບັນດາຄວາມສ່ຽງດ້ານພູມີສາດການເມືອງ.