English Vietnamese Chinese French German Indonesian Japanese Khmer Korean Laotian Russian Spanish Thai

20°C - 24°C

ຄວາມເຄັງຕຶງເພີ່ມຂຶ້ນລະຫວ່າງ ແດນມາກ ແລະ ອາເມລິກາ ກ່ຽວຂ້ອງເຖິງ Greenland

(VOVWORLD) - Copenhagen ພ້ອມແລ້ວຈະຮັບຟັງບັນດາຄຳຕຳໜິຕິຕຽນ, ແຕ່ນີ້ບໍ່ແມ່ນວິທີ “ໂອ້ລົມກັບບັນດາພັນທະມິດໃກ້ຊິດ”.
ຄວາມເຄັງຕຶງເພີ່ມຂຶ້ນລະຫວ່າງ ແດນມາກ ແລະ ອາເມລິກາ ກ່ຽວຂ້ອງເຖິງ Greenland - ảnh 1(ພາບປະກອບ: THX/TTXVN)

     ວັນທີ 29 ມີນາ, ແດນມາກ ໄດ້ສະແດງຄວາມບໍ່ເພິງພໍໃຈຕໍ່ຄຳວິຈານຂອງທ່ານຮອງປະທານາທິບໍດີ ອາເມລິກາ James Vance ທີ່ຖືວ່າ, Copenhagen ບໍ່ “ລົງທຶນຢ່າງພຽງພໍ” ໃຫ້ແກ່ Greenland. ຄຳຖະແຫຼງທີ່ທ່ານ Vance ຍົກອອກມາໃນການໄປຢ້ຽມຢາມເຂດດິນແດນປົກຄອງດ້ວຍຕົນເອງຂອງ ແດນມາກ ທີ່ມີແຫຼ່ງຊັບພະຍາກອນຮັ່ງມີ, ມີທີ່ຕັ້ງຍຸດທະສາດເຊິ່ງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຕື້ອງເຖິງຫຼາຍຄັ້ງກ່ຽວກັບອາດສາມາດໂຮມເຂົ້າ ອາເມລິກາ. ໃນບົດທີ່ລົງທາງສື່ສັງຄົມອອນລາຍ X, ທ່ານລັດຖະມົນຕີການຕ່າງປະເທດ ແດນມາກ Lars Lokke Rasmussen, ຢືນຢັນວ່າ, Copenhagen ພ້ອມແລ້ວຈະຮັບຟັງບັນດາຄຳຕຳໜິຕິຕຽນ, ແຕ່ນີ້ບໍ່ແມ່ນວິທີ “ໂອ້ລົມກັບບັນດາພັນທະມິດໃກ້ຊິດ”. ທ່ານນາຍົກລັດຖະມົນຕີ ແດນມາກ Mette Frederiksen, ກໍ່ອອກສຽງຄັດຄ້ານຄຳກ່າວປາໄສຂອງທ່ານຮອງປະທານາທິບໍດີ Vance, ທ່ານຖືວ່າ ຄຳກ່າວປາໄສດັ່ງກ່າວແມ່ນ “ບໍ່ຖືກຕ້ອງ”.

Greenland ແມ່ນເຂດດິນແດນປົກຄອງດ້ວຍຕົນເອງຂອງ ແດນມາກ, ປະເທດສະມາຊິກຂອງ ອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ແລະ ແມ່ນພັນທະມິດມາແຕ່ດົນນານຂອງ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ