ຄະນະການນຳແຂວງ ເລີມດົ່ງ ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ

ຄະນະການນຳແຂວງ ເລີມດົ່ງ ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ - ảnh 1

(vovworld) – ຄະນະ​ພະນັກງານ​ແຂວງ ​ເລີມ​ດົ່ງ ​ໂດຍ​ທ່ານ Nguyen Van  Tien, ກຳມະການ​ສູນ​ກາງ​ພັກ, ປະທານ​ແຂວງ ນຳ​ໜ້າ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່​ລາວ ​ແຕ່​ວັນ​ທີ 6 – 11/6. ທີ່​ການ​ເຮັດ​ວຽກ ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ສປປ ລາວ ສົມ​ສະຫວາດ ​ເລັ່ງສະຫວັດ, ທ່ານ Nguyen Van  Tien ສະ​ເໜີ​ຄວາມ​ສາມາດ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສປປ ລາວ ​ໃນ​ການ​ຜັນ​ຂະຫຍາຍ​ຮູບ​ແບບ​ຜະລິດ​ຜັກ​ສະອາດ ​ແລະ ດອກ​ໄມ້​ສົ່ງ​ອອກ, ຍົກ​ອອກ​ທິດ​ທາງ​ສືບ​ຕໍ່​ຍູ້​ແຮງ​ການ​ເຄື່ອ​ນ​ໄຫວ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ​ເພື່ອ​ເປີດ​ກ້ວາງ​ຂອບ​ຂະໜາດ​ໃນ​ຂົງ​ເຂດ​ກະສິກຳ​ເທື່ອ​ລະ​ກ້າວ, ຊຸກ​ຍູ້​ການ​ພັດທະນາ​ທ່າ​​ແຮງຂອງ​ແຂວງ ຈຳປາ​ສັກ ​ເວົ້າ​ສະ​ເພາະ ​ແລະ ​ເຂດ​ພູ​ພຽງ ​ບໍລະ​ເວນ ທາງ​ພາກ​ໃຕ້​ຂອງ​ລາວ ​ເວົ້າ​ລວມ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ການ​ນຳ​​ແຂວງ ​ເລີມ​ດົ່ງ ກໍ​ສະ​ເໜີ​ແຜນການ​ຄາດ​ຄະ​ເນ​ການ​​ເປີດສາຍ​ການບິນ ​ແຕ່​ເທດສະບານ​ເມືອງ ປາກ​ເຊ ​ເຖິງ ສະໜາມ​ບິນ ດ່າ​ລາດ ​ແລະ​ ກົງກັນຂ້າມ ​​ໃນ​ໄລຍະ​ຈະ​ມາ​ເຖິງ, ຈັດ​ຕັ້ງ​ການ​ແຮກ​ສ່ຽວ​ລະຫວ່າງ​​ເທ​ດສະບາ​ນ​ເມືອງ ປາກ​ຊອງ ​ກັບ ​ນະຄອນ ດ່າ​ລາດ ​ເພື່ອ​ແນ​ໃສ່​ເພີ່​ມທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ​ແຂ​ວງ.

ຂ່າວ/ບົດ​ອື່ນ