ຄະນະກຳມະການສັນຕິພາບຫວຽດນາມຕຳນິຕິຕຽນຈີນລະເມີດສົນທິສັນຍາສປຊກ່ຽວກັບທະເລ ປີ1982

ຄະນະກຳມະການສັນຕິພາບຫວຽດນາມຕຳນິຕິຕຽນຈີນລະເມີດສົນທິສັນຍາສປຊກ່ຽວກັບທະເລ  ປີ1982 - ảnh 1

ສະມາຄົມ​ມິດຕະພາບ​ຫວຽດນາມ-​ຈີນສົ່ງ​ໂທລະ​ເລກ​ຊີ້​ແຈງ:ຈີນ​ບໍ່​ຄວນ​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ

(vovworld)- ວັນ​ທີ 10/5, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ-​ຈີນ ​ໄດ້​ສ່ົງ​ໂທລະ​ເລກ​ເຖິງ​ປະທານ​ສະມາຄົມ​ມິດຕະພາບ​ຈີນ-​ຫວຽດນາມ ​ໂດຍ​ສະ​ແດງ​ຄວາມ​ວິ​ຕົກ​ກັງວົນ ​ແລະ ຂັດ​ໃຈ​ກ່ຽວ​ກັບ​ເລື່ອງ​ຈີນ​ນຳ​ຮ້ານ​ເຈາະ​ນ້ຳມັນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ຂອງ​ຫວຽດນາມ. ສະມາຄົມ​ມິດຕະພາບ​ຫວຽດນາມ -ຈີນ ຮຽກຮ້ອງ​ສະມາຄົມ​ມິດຕະພາບ ຈີນ-​ຫວຽດນາມ ຈົ່ງ​ເອົາ​ໃຈ​ໃສ່, ມີ​ສຽງ​ເວົ້າ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ, ລາຍ​ງານ​ຕໍ່​ບັນດາ​ອົງການ​ສິດ​ອຳນາດ​ຂອງ​ຈີນ ​ເພື່ອ​ມີ​ມາດ​ຕະການ​ເໝາະສົມ ​​ໂດຍສັນຕິ ແລະ ​ເຈລະຈາ​ ເພື່ອ​ປະຕິບັດ​ຂໍ້​ຕົກລົງ​ລະຫວ່າງ​ການ​ນຳ​ສອງ​ປະ​ເທດ.

ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມຕຳ​ນິຕິ​ຕຽນ​ຈີນ​ລະ​ເມີດ​ສົນທິສັນຍາ​ສປຊກ່ຽວ​ກັບ​ທະ​ເລ​ປີ1982

ວັນ​ທີ 10/5, ຄະນະ​ກຳມະການ​ສັນຕິພາບ ສົ່ງ​ຈົດໝາຍເຖິງ​ສະຫະ​ສະມາຄົມ​ປະຊາຊົນ​ຈີນ, ​ໃນ​ນັ້ນ​ຊີ້​ແຈງ​ວ່າ: ​ເລື່ອງ​ຈີນ ນຳ​ຮ້ານ​ເຈາະ​ນ້ຳມັນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດທະ​ເລ​ຂອງ​ຫວຽດນາມ ​ແມ່ນ​ລະ​ເມີດ​​ອະທິປະ​ໄຕ ​ແລະ ອຳນາດ​ສານຂອງ​ຫວຽດນາມ​ສຳລັບ​ເຂດ​ອະພິສິດ​ເສດຖະກິດ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ. ຫາງ​ສຽງ​ຫວຽດນາມ ຮຽກຮ້ອງ​ຈີນ ຕ້ອງ​ຢຸດຕິ​ການ​ກະທຳ​ດັ່ງກ່າວ ​ແລະ ບໍ່​ໃຫ້​ເກີດ​ຂຶ້ນ​ອີກ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ