ຄະນະກຳມະການເລືອກຕັ້ງ ກຳປູເຈຍ ປະກາດຜົນແຫ່ງການກວດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ

ຄະນະກຳມະການເລືອກຕັ້ງ ກຳປູເຈຍ ປະກາດຜົນແຫ່ງການກວດບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ - ảnh 1
ການປະຊຸມຂ່າວຂອງຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ

(vovworld) – ​ຕອນ​ເຊົ້າ​ວັນ​ທີ 11/7, ຄະນະ​ກຳມະການ​​ເລືອກ​ຕັ້ງແຫ່ງ​ຊາດ ກຳປູ​ເຈຍ (NEC) ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ປະກາດ​ໝາກຜົນ​ຂອງ​ການ​ກວດບັນຊີ​ລາຍ​ຊື່​ຜູ້​ມີ​ສິດ​ເລືອກ​ຕັ້ງທີ່​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ກຳປູ​ເຈ​ຍ ອາຍຸ​ການ​ທີ 5 ​ເຊິ່ງຈະ​ຈັດຕັ້ງ​ໃນ​ວັນ​ທີ 28/7 ຈະ​ມາ​ເຖິງ ​ແລະ ຢັ້ງຢືນ​ຄຳ​ໝັ້ນ​ສັນຍາ​ຂອງ NEC ​ໃນ​ການຈັດ​ຕັ້ງ​ການ​ເລືອກ​ຕັ້ງຢ່າງ​ຊືຕົງ, ປອດ​ໂປ່​ງ ​ແລະ ປະຊາທິປະ​ໄຕ.

    ​ປະທານ NEC, ທ່ານ Im Sourdey ​ໃຫ້​ຮູ້​ວ່າ: 97% ຈຳນວນ​ຜູ້​ຈົດ​ທະບຽນ​ປ່ອນ​ບັດ​ມີ​ຊື່​ໃນ​ບັນຊີ​ລາຍ​ຊື່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​​ໃນ​ຄັ້ງ​ນີ້. ສ່ວນ 3% ຈຳນວນ​ຜູ້​ຈົດ​ທະບຽນ​​ບໍ່​ທັນ​ມີ​ລາຍ​ຊື່​ໃນ​ບັນຊີ​ລາຍ​ຊື່​​​ແມ່ນ​ຍ້ອນ​ມີຄວາມ​ຜິດພາດ​ທີ່​ກ່ຽວຂ້ອງ​ເຖິງ​ໜັງສື​ປະຈຳ​ຕົວ, ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງ​ຊື່​ແທ້ ​ແລະ ຊື່ຈົດ​ທະບຽນ​ປ່ອນ​ບັດ ຫຼື​ ໃນ​ຈຸດ​ເວລາ​ຈົດ​ທະບຽນມີ​ບາງ​ຄົນອາຍຸບໍ່​ທັນ​ຮອດ 18 ປີ​.

ຂ່າວ/ບົດ​ອື່ນ