ຄະນະກຳມະການເອີລົບ ຮັບຮອງເອົາມະຕິຢຸດຕິຄຳສັ່ງຂວ້ຳບາດ ທີ່ມີຕໍ່ມ້ຽນມາ ຊົ່ວຄາວ

ຄະນະກຳມະການເອີລົບ ຮັບຮອງເອົາມະຕິຢຸດຕິຄຳສັ່ງຂວ້ຳບາດ ທີ່ມີຕໍ່ມ້ຽນມາ ຊົ່ວຄາວ - ảnh 1
ປະເທດມ້ຽນມາ
(ພາບ:vietnamese.cri.cn)

( vovworld ) – ວັນ​ທີ 20/4, ລັດຖະສະພາ​ເອີ​ລົບ ​ໄດ້​ຮັບຮອງ​ເອົາ​ມະຕິ​ສະບັບ 1 ທີ່​ມີ​ຕໍ່​ມ້ຽນ​ມາ, ຊື່​ງຮຽກຮ້ອງ​ໃຫ້​ສະພາ​ສະຫະພາບ​ເອີ​ລົບ ຕ້ອງ​ຢຸດຕິ​ຄຳ​ສັ່ງ​ຂວ້ຳ​ບາດ​ທີ່​ມີ​ຕໍ່​ມ້ຽນ​ມາ (​ເວັ້ນ​ເສຍ​ແຕ່​ອາວຸດ) ພ້ອມ​ທັງ​ຮຽກຮ້ອງ​​ສະໜອງ​ໜັງສື​ອະນຸຍາດ​ໃຫ້ມ້ຽນມາ ສາມາດ​ແຊກ​ຊືມ​ເຂົ້າຕະຫຼາດ​ເອີ​ລົບ ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ປະ​ເທດນີ້ ຫລຸດຜ່ອນ​ຄວາມ​ຫຍຸ້ງຍາກ. ມະ​ຕິຊີ້​ແຈ້ງວ່າ: ບັນດາ​ນັກ​ສັງ​ເກດ​ການ​ສາກົນ​ລ້ວນ​ແຕ່​ຖື​ວ່າ ການ​ເລືອກ​ຕັ້ງຢູ່ ມ້ຽນ​ມາ ຈັດ​ຂຶ້ນ​ໃນຕົ້ນ​ເດືອນ​ນີ້ ​ແມ່ນ​ຖືກຕ້ອງ​ກັບກົດໝາຍ. ສິ່ງ​ດັ່ງກ່າວ​ໃຫ້​ເຫັນ​ວ່າ ປະ​ເທດ​ນີ້​ພວມ​​ເດີນ​ບົນ​ເສັ້ນທາງ​ປະຕິ​ຮູບ​ປະຊາທິປະ​ໄຕ, ສະນັ້ນ ສະຫະພາບ​ເອີ​ລົບ ຈະ​ຢຸດຕິ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ຂວ້ຳບາດ​ທີ່​ມີ​ຕໍ່​ມ້ຽນ​ມາ ​ໃນ​ເວລາ 1 ປີ. ​ໃນ​ໄລຍະ​​ເວລາ​ນີ້, ສະຫະພາບ​ເອີ​ລົບ ຈະ​ຕິດຕາມ​ສະພາບ​ການ​ຢູ່​ມ້ຽນ​ມາ​ຢ່າງ​ແໜ້ນ​ແຟ້ນ.

 

 

ຂ່າວ/ບົດ​ອື່ນ