ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ: 40 ປີ ແລະ ພາລະໜ້າທີ່ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ບົນເວທີສາກົນ

(VOVWORLD) -ຕອນເຊົ້າວັນທີ 12 ມິຖຸນາ ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງ.
ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ: 40 ປີ ແລະ ພາລະໜ້າທີ່ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ບົນເວທີສາກົນ - ảnh 1ການສະແດງສິລະປະໃນພິທີສະເຫຼີມສະຫຼອງ 

ເຂົ້າຮ່ວມພິທີມີທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ທ່ານ ເລຮ່ວາຍຈູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາພະນັກງານການທູດຜ່ານໄລຍະຕ່າງໆ.

        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ໄດ້ເນັ້ນໜັກວ່າ: ຜ່ານ 40 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ຄະນະກຳມະການແຫ່ງຊາດ UNESCO ຍາມໃດກໍ່ຢືນຢັນບົດບາດ ແລະ ຄວາມສຳຄັນຂອງຕົນສຳລັບພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ປະຫວັດສາດ, ວັດທະນະທຳປະເທດຊາດ ແລະ ຊາວ ຫວຽດນາມ ກັບໂລກເປັນຢ່າງດີ:

        “ຄະນະກຳມະການໄດ້ປະກອບສ່ວນສຳຄັນ ນຳການທູດວັດທະນະທຳກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງພື້ນຖານການທູດ ຫວຽດນາມ ທັນສະໄໝ. ບັນດາຄວາມມານະພະຍາຍາມນັ້ນ ກໍ່ໄດ້ຊ່ວຍປຸກລຸກ, ສົ່ງເສີມນ້ຳໃຈເອກອ້າງທະນົງໃຈຂອງຊາດ, ເພື່ອໃຫ້ຄວາມຫວັງບື່ນຕົວຂຶ້ນ, ພັດທະນາເສດຖະກິດ, ສັງຄົມ, ວິທະຍາດສາດ, ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າມໍຣະດົກວັດທະນະທຳ, ພ້ອມທັງເຮັດໃຫ້ຮູບພາບປະເທດຊາດ, ຊາວ ຫວຽດນາມ ມີຄວາມອຸດົມສົມບູນກ່ວາຕໍ່ເພື່ອນມິດສາກົນ. ດ້ວຍ 35 ນາມມະຍົດໂດຍ UNESCO ຮັບຮູ້ ແລະ ໄດ້ປະສົບຜົນສຳເລັດຫຼາຍຄັ້ງໃນຖານະຕຳແໜ່ງເປັນສະມາຊິກຂອງບັນດາອົງການທີ່ມີອິດທິພົນຊື່ສຽງຄື: ຄະນະກຳມະການມໍຣະດົກໂລກ, ສະພາບໍລິຫານ UNESCO, ຫວຽດນາມ ໄດ້ ແລະ ຈະສືບຕໍ່ຮ່ວມເດີນທາງພ້ອມກັບ UNESCO ໃນວິວັດການປະຕິບັດພາລະໜ້າທີ່ອັນສູງສົງຂອງຕົນ.”

ຕອບກັບ

ຂ່າວ/ບົດ​ອື່ນ