ຄະນະຊີ້ນຳການປະ ຕິຮູບດ້ານຕຸລາການ ສູນກາງເຮັດຢູ່ດັກລັກ
(vovworld) –ວັນທີ 6/8, ຄະນະປະຕິບັດງານຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ ໂດຍທ່ານຮອງປະທານສະພາແຫ່ງຊາດອວງຈູລຶວ ເປັນຫົວໜ້າຄະນະ ໄດ້ເຮັດວຽກກັບຄະນະປະຈຳອົງຄະນະພັກແຂວງດັກລັກ ກ່ຽວກັບເນື້ອໃນກວດກາ, ສຳຫຼວດເພື່ອກຳແໜ້ນສະພາບການຊາບຊືມ, ຜັນຂະຫຍາຍປະຕິບັດ ຍຸດທະສາດແຫ່ງການປະຕິຮູບດ້ານຕຸລາການຮອດປີ 2020 ໃນບໍລິເວນແຂວງດັກລັກ. ທ່ານຮອງປະທານສະພາແຫ່ງຊາດອວງຈູລຶວ ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍບັນດາໝາກຜົນຊື່ງແຂວງດັກລັກ ບັນລຸໄດ້ໃນການຜັນຂະຫຍາຍປະຕິບັດຍຸດທະສາດແຫ່ງການ ປະຕິຮູບດ້ານຕຸລາການ ຮອດປີ 2020. ທ່ານໃຫ້ຊີ້ນຳໃຫ້ການນຳຂອງແຂວງຕ້ອງປະຕິບັດວຽກງານໂຄສະນາ ແລະ ຊີ້ນຳເປັນຢ່າງດີກ່ວາອີກ, ຊີ້ນຳຜັນຂະຫຍາຍປະຕິບັດບັນດາເອກະສານຂອງສູນກາງ, ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການກ່ຽວຂ້ອງກ່ຽວກັບວຽກງານປະຕິຮູບດ້ານຕຸລາການ. ທ່ານຮອງປະທານສະພາແຫ່ງຊາດອວງຈູລຶວ ສະເໜີແຂວງດັກລັກ ຈົ່ງເພີ່ມທະວີວຽກງານສຶກສາອົບຮົມແນວຄິດການເມືອງ, ຄຸນສົມບັດວິຊາຊີບ, ສ້າງການຫັນປ່ຽນຢ່າງແຮງກ່ຽວກັບຄວາມຮັບຜິດຊອບ, ທັດສະນະຮັບໃຊ້ປະຊາຊົນໃນໝູ່ພະນັກງານ, ລັດຖະກອນບັນດາອົງການຕຸລາການ.
ຮອງປະທານສະພາແຫ່ງຊາດ ອວງຈູລິວ ກວດກາສະພາບການ
ປະຕິບັດການປະຕິຮູບດ້ານຕຸລາການຢູ່ ຢາລາຍ
(ພາບ: baogialai.com.vn)
ກ່ອນໜ້ານັ້ນ, ວັນທີ 05/08, ຄະນະປະຕິບັດງານຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ ໂດຍທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ, ສະມາຊິກຄະນະຊີ້ນຳການປະຕິຮູບດ້ານຕຸລາການນຳໜ້າ ໄດ້ໄປແຂວງຢາລາຍ ເພື່ອກວດກາສະພາບການປະຕິບັດການປະຕິຮູບດ້ານຕຸລາການຢູ່ທ້ອງຖິ່ນ ພາຍຫຼັງ 8 ປີແຫ່ງການປະຕິບັດຕາມມະຕິຂອງກົມການເມືອງ (ຊຸດທີ 9) ກ່ຽວກັບຍຸດທະສາດປະຕິຮູບດ້ານຕຸລາການຮອດປີ 2020. ທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໄດ້ຕີລາຄາສູງການເຄື່ອນໄຫວປະຕິຮູບດ້ານຕຸລາການຢູ່ແຂວງຢາລາຍ ດ້ວຍບັນດາໝາກຜົນບັນລຸໄດ້ຢ່າງຕັ້ງໜ້າ, ໂດຍສະເພາະແມ່ນຄວາມຮັບຮູ້ກ່ຽວກັບວຽກງານປະຕິຮູບດ້ານຕຸລາການໃນລະບົບການເມືອງໄດ້ຮັບການຍົກສູງຂຶ້ນ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ສະເໜີໃຫ້ການນຳແຂວງ ແລະ ບັນດາອົງການດ້ານຕຸລາການ ຕ້ອງມີບັນດາມາດຕະການແກ້ໄຂເພື່ອຍົກສູງຄວາມສາມາດ, ລະດັບຄວາມຮູ້ໃນລະບົບປະຕິຮູບຍຸຕິທຳກວ່າອີກ; ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດຮັບປະກັນການເຄື່ອນໄຫວໃຫ້ບັນດາອົງການຍຸຕິທຳມີຄວາມເຂັ້ມແຂງຢ່າງພຽງພໍ ເພື່ອຕອບສະໜອງຄວາມຕ້ອງການໃນຕົວຈິງ.