ຄະນະຊີ້ນຳເຂດຕາເວັນຕົກພາກເໜືອຜັນຂະຫຍາຍໜ້າທີ່6ເດືອນທ້າຍປີ2014

ຄະນະຊີ້ນຳເຂດຕາເວັນຕົກພາກເໜືອຜັນຂະຫຍາຍໜ້າທີ່6ເດືອນທ້າຍປີ2014 - ảnh 1
ກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດຂອງ ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​​ເໜືອ

(vovworld) – ຕອນ​ເຊົ້າ​ວັນ​ທີ 14/7, ຢູ່ ຮ່າ​ໂນ້ຍ, ທ່ານ ຫງວຽນ​ຊວນ​ຟຸກ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ຫວຽດນາມ , ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​​ເໜືອ, ​ເປັນ​ປະທານ​ກອງະ​ຊຸມ​ຜ່ານ​​ເຄືອ​ຂ່າຍ​ອີນ​ເຕີ​ເນັດ​ສະຫລຸບ​ວຽກ​ງານ 6 ​ເດືອນຕົ້ນ​ປີ ​ແລະ ຜັນ​ຂະ​ຫຍາ​ຍໜ້າ​ທີ່ 6 ​ເດືອນ​ທ້າຍ​ປີ 2014 ຂອງຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​​ເໜືອ. ​ໃນ 6 ​ເດືອນ​ຜ່ານ​ມາ, ​ເສດຖະກິດ​ຂອງ 12 ​ແຂວງ​ສັງ​ກັດ​ເຂດ​ຕາ​ເວັນ​ຕົກ​ພາກ​​ເໜືອສືບ​ຕໍ່​ພັດທະນາ, ລະດັບ​ການ​ເຕີບ​ໂຕ​ສະ​ເລ່ຍກ່ວາ 8%, ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ບັນລຸ​ເກືອບ 9.000 ຕື້​ດົ່ງ, ​ເພີ່ມ​ຂຶ້ນ 15% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ທ່ານ ​ເຈືອງ​ຊວນ​ກື່, ຮ​​ອງຫົວໜ້າຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​​ເໜືອ, ​ໃຫ້​ຮູ້​ວ່າ:

    “​ໃນ​ຊຸມ​ເດືອນ​ຍັງ​ເຫຼືອ​ຂອງ​ປີ 2014, ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​​ເໜືອ ສືບ​ຕໍ່​ເພີ່ມ​ທະວີ​ການ​ຊີ້​ນຳ - ນຳພາ​ຂອງ​ອຳ​ນາດການ​ປົກຄອງ​ທຸກ​ຂັ້ນ​ສຳລັບ​ວຽກ​ງານ​ຮັບປະກັນ​ຄວາມ​ເປັນ​ລະ​ບຽບຮຽບຮ້ອຍ, ຍູ້​ແຮງ​ວຽກ​ງານ​ຄຸ້ມ​ຄອງ​ຂອງ​ລັດ​ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວນ. ປະຕິບັດ​ວຽກ​ງານ​ຮັບປະກັນ​ທາງ​ດ້ານ​ການ​ເມືອງ​ພາຍ​ໃນ, ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ເຂດ​ຊາຍ​ແດນ, ​ເຂດ​ຊົນນະບົດ, ສາສະໜາ ບໍ່​ປະ​ໃຫ້ສັດຕູ​ສວຍ​ໃຊ້​ເພື່ອ​ຍຸຍົງ​ສົ່ງ​ເສີມ, ​ແບ່ງ​ແຍກ​ກຸ່​ມກ້ອນມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ. ​ເພີ່ມ​ທະວີ​ການ​ເປີດ​ກ້ວາງ ​ແລະ ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ.”

    ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ສະ​ເໜີ​ໃຫ້​ບັນດາ​ທ້ອງ​ຖີ່​ນ​ເຂດ​ຕາ​ເວັນ​ຕົກ​ພາກ​ເໜືອ ສືບ​ຕໍ່​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຮັບປະກັນ​ການ​ປ້ອງກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ.

ຂ່າວ/ບົດ​ອື່ນ