ຄະນະຊາວຫນຸ່ມອາສາສະໝັກແຂວງກວ໋າງຫງາຍເຮັດວຽກງານການກຸສົນຢູ່ສປປລາວ

ຄະນະຊາວຫນຸ່ມອາສາສະໝັກແຂວງກວ໋າງຫງາຍເຮັດວຽກງານການກຸສົນຢູ່ສປປລາວ - ảnh 1
ຄະນະ​ຊາວ​ຫນຸ່ມ​ອາສາ​ສະໝັກກ່ອນ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ສ​ປ​ປ ລາວ
ພາບ:quangngai.vn


vovworld)-ຕອນ​ເຊົ້າ​ວັນ​ທີ 6/7, ຄະນະ​ຊາວ​ຫນຸ່ມ​ອາສາ​ສະໝັກ​ສາກົນ​ປີ 2013 ​ແຂວງ ກວ໋າງຫງາຍ ​ໄດ້​ເດີນທາງ​​ໄປ​ເຖິງ​ແຂວງ ຈຳປາ​ສັກ ​ເລີ່​ມຕົ້ນ​​ໂຄງການ​ວຽກ​ງານ​ກຸສົນ ​ໃນ​ເວລາ 6 ວັນ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຈະ​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ໂຄງການ​ແຮກສ່ຽວ​ລະຫວ່າງ​ຄະນະ​ຊາວ​ຫນຸ່ມ​ແຂວງ ກວ໋າງຫງາຍ ​ແລະ ​ຄະນະ​ຊາວ​ຫນຸ່ມ​ແຂວງ ຈຳປາ​ສັກ. ​ໃນ​​ໂອກາດ​ນີ້ ຄະນະ​ຊາວ​ຫນຸ່ມ​ແຂວງ ກວ໋າງຫງາຍ ຈະ​ມອບ​ຄອບ​ພິວ​ເຕີ 20 ຫນ່ວຍ​ໃຫ​້​ແກ່​ຄະນະ​ຊາວ​ຫນຸ່ມ​ແຂວງ ຈຳປາ​ສັກ ​ແລະ ຄຳ​ມ່ວນ​, ມອບ​ທຶນ​ສຶກສາ​ໃຫ້​ແກ່​ນັກຮຽນ​ທຸກ​ຍາກ​ຢູ່​ສອງ​ແຂວງ​ດັ່ງກ່າວ. ນາງ ຮ່າ​ທິ​ແທງ​ທື ​ເລຂາ​ຄະນະ​ຊາວ​ຫນຸ່ມ​ແຂວງ ກວ໋າງຫງາຍ ​ໃຫ້​ຮູ້​ວ່າ:

        “ມາ​ຢ້ຽມຢາມ ລາວ ຄັ້ງ​ນີ້ ພວກ​ຂ້າພະ​ເຈົ້າ​ຈະ​ຈັດ​ຕັ້ງ​ບັນດາ​ໂຄງການ​ດຳ​ເນີນ​ງານ​ລະອຽດ ​ເພື່ອ​ຫນູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ຊ່ວຍ​ເຫລືອ​ເພື່ອ​ນລາວ ຢູ່​ແຂວງ ຈຳປາ​ສັກ, ຄຳ​ມ່ວນ ​ແລະ ວຽງ​ຈັນ ຜ່ານ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ຄອບຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ, ​ເດັກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ມອບ​ຄອມ​ພິວ​ເຕີ. ນອກ​ນັ້ນ ຍັງ​ຈັດ​ຕັ້ງ​ການ​ສົ່ງ​ເສີມ​ລົງທຶນ​ໃຫ້​ແກ່​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ.”

ຂ່າວ/ບົດ​ອື່ນ