ຄະນະນັກກິລາຫວຽດນາມແຂ່ງຂັນດີເດັ່ນຢູ່Olympic2016
ນັກກິລາຍິງປືນ ຮວ່າງຊວນວີງ ຄ້ວາໄດ້ຫລຽນເງິນ
ໃນປະເພດກິລາຍິງປືນສັ້ນ
ພາບ:EPA/ TTXVN
|
(vovworld)- ການແຂ່ງຂັນໃນວັນທີ 10/8 ຢູ່ ງານມະຫາກຳກິລາໂລກ Olympic Rio 2016 ຢູ່ ບຣາຊີນ, ນັກກິລາຍິງປືນ ຮວ່າງຊວນວີງ ຂອງຄະນະນັກກິລາຫວຽດນາມ ຄ້ວາໄດ້ຫລຽນເງິນຫນຶ່ງຫລຽນຕື່ມອີກໃນເນື້ອໃນປະເພດກິລາຍິງປືນສັ້ນ ດ້ວຍ 191,3 ຄະແນນ, ຫລຽນຄຳແມ່ນຂຶ້ນກັບນັກກິລາ ສເກົາຫລີ Jin Jong Oh ດ້ວຍ 193,7 ຄະແນນ. ເປັນອັນວ່າ ໄລ່ມາຮອດວັນທີ 10/8, ໃນຕາຕະລາງສະຫລຸບຫລຽນຂອງງານມະຫາກຳກິລາໂລກ, ຄະນະນັກກິລາຫວຽດນາມ ພວມຢືນອັນດັບທີ 15 ດ້ວຍຫລຽນຄຳ 1 ຫລຽນ ແລະ ຫລຽນເງິນ 1 ຫລຽນ. ພາຍຫລັງຄວ້າໄດ້ຫລຽນເງິນຢູ່ ງານມະຫາກຳກິລາໂລກ, ນັກກິລາຍິງປືນ ຮ່ວາງຊວນວີງ ແບ່ງປັນວ່າ:
“ງານມະຫາກຳກິລາໂລກ ຄັ້ງນີ້ແມ່ນມີຄວາມໝາຍທີ່ສຸດສຳລັບພວກຂ້າພະເຈົ້າ. ໃນການແຂ່ງຂັນຊີງຊະນະເລີດມື້ນີ້ເປັນຫນ້າຈົດຈ່ຳ. ຂ້າພະເຈົ້າຂໍສົ່ງຄວາມປິຕິຊົມຊື່ນນີ້ເຖິງທົ່ວປວງຊົນຫວຽດນາມແລະຄອບຄົວຂ້າພະເຈົ້າ. ຂ້າພະເຈົ້າປາດຖະຫນາຢາກ ຂະແຫນງ ກິລາຫວຽດນາມ ໃນໄລຍະຈະມາເຖິງ ຈະໄດ້ຮັບຜົນງານດີກວ່າ
.”